leftcenterrightdel
ພະນັກງານຂອງອົງການ IOM ໜູນຊ່ວຍປະຊາຊົນ ໄດ້ຮັບຜົນສະທ້ອນຈາກພາຍຸຢາກີ. ພາບ: IOM

ໃນບ້ວງເງິນໜູນຊ່ວຍດັ່ງກ່າວ, ມີ 1 ລ້ານໂດລາສະຫະລັດ ເພື່ອໃຫ້ UNICEF ຫວຽດນາມ ປະຕິບັດການສະໜອງບໍລິການທີ່ຈໍາເປັນກ່ຽວກັບນໍ້າປະປາ, ສຸຂະອະນາໄມບຸກຄົນ, ອະນາໄມສິ່ງແວດລ້ອມ ແລະປົກປ້ອງເດັກນ້ອຍໃຫ້ແກ່ 21.250 ຄົນ ແລະ 1 ລ້ານໂດລາສະຫະລັດ ແມ່ນເພື່ອໃຫ້ IOM ຫວຽດນາມ ໜູນຊ່ວຍບ່ອນ ຢູ່ຊົ່ວຄາວ ແລະສະໜອງເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ 16.800 ຄົນຢູ່ບັນດາແຂວງຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸຢາກີ. ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຫວຽດນາມ ໃຫ້ຮູ້ວ່າ ດ້ວຍບ້ວງເງິນໜູນຊ່ວຍດັ່ງກ່າວ ລັດຖະບານຍີ່ປຸ່ນ ຫວັງວ່າຈະປະກອບສ່ວນຊ່ວຍເຫຼືອຫວຽດນາມ ໃນວິວັດການຟື້ນຟູບາງຊຸມຊົນທີ່ຖືກສ່ຽງໄພສູງກວ່າເພິ່ນຢູ່ບັນດາເຂດຊົນນະບົດທີ່ຖືກເສຍຫາຍໜັກໜ່ວງທີ່ສຸດຈາກພາຍຸ ຢາກີ.

ໂດຍ: ໄຊຊະນະ