ບົດລາຍງານດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໂລກປີ 2024 ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຈັດອັນດັບ 44/133 ປະເທດ ແລະພື້ນຖານເສດຖະກິດ, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2023. ສິ່ງທີ່ເປັນໜ້າສົນໃຈ, ຫວຽດນາມ ມີ 3 ດັດຊະນີຢືນແຖວໜ້າໂລກນັ້ນແມ່ນດັດຊະນີກ່ຽວກັບການນໍາເຂົ້າເຕັກໂນໂລຢີສູງ, ການສົ່ງອອກເຕັກໂນໂລຢີສູງ ແລະການສົ່ງອອກສິນຄ້າປະດິດສ້າງ.

leftcenterrightdel
ທ່ານນາງ Sarah Mamiese, ຜູ້ອຳນວຍການບໍລິຫານສູນບໍາລຸງສ້າງຂອງອົງການພັດທະນາຝຣັ່ງ (Campus AFD) ປະຈໍາ ຫວຽດນາມ. ພາບ: baodautu.vn

ຕາມທ່ານນາງ Sarah Mamiese ແລ້ວ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອຍົກສູງກຳລັງການປ່ຽນແປງໃໝ່ປະດິດຄິດສ້າງ ແລະການແກ່ງແຍ້ງໃນຕະຫຼາດເຕັກໂນໂລຢີສູງທົ່ວໂລກ: “ຄວາມມານະພະຍາຍາມໄດ້ຮັບຜົນສຳເລັດ ແລະຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ. ຫວຽດນາມ ຢືນອັນດັບທີ 2 ໃນດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງໃນຈໍານວນ 38 ປະເທດທີ່ມີລາຍຮັບປານກາງ. ອາດເວົ້າໄດ້ວ່າ ກິດຈະການປ່ຽນແປງໃໝ່ໄດ້ນຳປະເທດຊາດກ້າວໄປສູ່ວົງໂຄຈອນແຫ່ງການເຕີບໂຕ. ນັບແຕ່ປີ 2022, ລັດຖະບານຫວຽດນາມ ໄດ້ຖືເອົາການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງແມ່ນນະໂຍບາຍໃຫຍ່ຂອງປະເທດຊາດ ແລະນັບແຕ່ນັ້ນມາມີການບຸກທະລຸຍຸດທະສາດຫຼາຍທີ່ສຸດໄດ້ຮັບການຮັບຮູ້້”.

ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Sarah Mamiese ແລ້ວ, ໃນການປ່ຽນແປງໃໝ່ປະດິດຄິດສ້າງ, ຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີຄວາມກົມກຽວລະຫວ່າງການພັດທະນາເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ, ການດໍາເນີນການເຄື່ອນໄຫວຄົ້ນຄວ້າຕົວຈິງຕາມທິດປ່ຽນແປງໃໝ່ແມ່ນເພື່ອຊອກຫາມາດຕະການແກ້ໄຂທີ່ມີປະສິດທິຜົນຢ່າງແທ້ຈິງ, ຫຼີກລ້ຽງການຕິດກັບດັກປ່ຽນແປງໃໝ່ ແລະເປັນເຈົ້າຂອງການປ່ຽນແປງໃໝ່ເພື່ອອະນາຄົດອັນສົດໃສແມ່ນມີຄວາມຈໍາເປັນທີ່ສຸດ.

ໂດຍ: ທູຈາງ