leftcenterrightdel
ພັນເອກພິເສດ ຫງວຽນຊວນເຫງັຍ ຮອງຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: qdnd.vn

ເຫດການ ໂດຍ ກົມເສດຖະກິດ (ກະຊວງປ້ອງກັນປະເທດ), ສະມາຄົມວິສາຫະກິດກອງທັບ ຮ່ວມກັບສະມາຄົມວິສາຫະກິດຫວຽດນາມ ປະຈໍາຢູ່ ຍີ່ປຸ່ນ (VJBA)  ຈັດຕັ້ງ.

leftcenterrightdel
ພັນເອກພິເສດ ຟ້າມວັນຖັ໋ງ ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມວິສາຫະກິດກອງທັບ ແນະນໍາກ່ຽວກັບທ່າແຮງຂອງວິສາຫະກິດກອງທັບ. ພາບ: qdnd.vn

ກອງປະຊຸມສໍາມະນາ ແມ່ນໂອກາດເພື່ອໃຫ້ວິສາຫະກິດກອງທັບ ແນະນໍາຜະລິດຕະພັນທີ່ໂດດເດັ່ນ, ຜະລິດຕະພັນພິເສດ, ຫຼັກແຫຼ່ງ; ຊອກຫາຄູ່ຮ່ວມມື, ຊຸກຍູ້ໂອກາດ ແລກປ່ຽນ, ຮ່ວມມື, ຊຸກຍູ້ການສົ່ງອອກຢູ່ຕະຫຼາດຍີ່ປຸ່ນ. ຂໍ້ມູນຈາກກອງປະຊຸມສໍາມະ ນາ ໃຫ້ເຫັນວ່າ ວິສາຫາະກິດກອງທັບ ເຄື່ອນໄຫວໃນຫຼາຍຂະແໜງ, ຫຼາຍຂົງເຂດ, ມີທ່າແຮງສະເພາະ, ໄດ້ມີເຄື່ອງໝາຍການຄ້າທີ່ແຂງແຮງ, ພັດທະນາບັນລຸລະດັບພາກພື້ນ ແລະສາກົນໃນບັນດາຂົງເຂດ: ໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ກໍ່ສ້າງ, ພື້ນຖານໂຄງລ່າງ, ຂຸດຄົ້ນແຮ່ທາດ, ຕັດຫຍິບ, ເກີບໜັງ, ຕໍ່ກໍາປັ່ນ ແລະ ສ້ອມແປງກໍາປັ່ນ...

ໃນຂອບເຂດກອງປະຊຸມສໍາມະນາ ໄດ້ດໍາເນີນການເຄື່ອນໄຫວພົວພັນການຄ້າລະຫວ່າງວິສາຫະກິດກອງທັບ ແລະວິສາຫະກິດຫວຽດນາມ ປະຈໍາຢູ່ຍີ່ປຸ່ນ.

ໂດຍ: ໄຊຊະນະ