ວັນທີ 6 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ  - ກຳປູເຈຍ ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ, ສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນໂຮ່ຈີມິນ ປີ 2024, ເພື່ອແນໃສ່ຊຸກຍູ້ການຮ່ວມມືພົວພັນແລກປ່ຽນການຄ້າລະຫວ່າງວິສາຫະກິດສາມປະເທດ.

leftcenterrightdel
ເວທີປາໄສວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງການລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະການກຳນົດທິດພັດທະນາດ້ານເສດຖະກິດ, ນະໂຍບາຍດຶງດູດເງິນລົງທຶນຂອງລັດຖະບານ ຫວຽດນາມ, ກຳປູເຈຍ, ລາວ; ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ກຳປູເຈຍ, ລາວ; ປຶກສາຫາລື, ສະເໜີ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າ, ເຊື່ອມຕໍ່ວິສາຫະກິດ, ຮ່ວມມືໃນຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງວິສາຫະກິດສາມປະເທດຫວຽດນາມ - ກຳປູເຈຍ ແລະລາວ ໃຫ້ຫຼາຍກ່ວາອີກ.

ບົດລາຍງານທີ່ເວທີປາໄສໃຫ້ຮູ້ວ່າ: ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະກຳປູເຈຍ ໃນ 8 ເດືອນຕົ້ນປີນີ້ບັນລຸ 6,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະຄາດວ່າທົ່ວທັງປີຈະບັນລຸ 10 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, ວົງເງິນການຄ້າຫວຽດນາມ - ລາວ ເຕີບໂຕຢ່າງໝັ້ນຄົງ, ບັນລຸ 1,65 ຕື້ໂດລາສະຫະລັດໃນປີກາຍ. ປະຈຸບັນ ຫວຽດນາມ ນອນໃນກຸ່ມບັນດາປະເທດລົງທຶນແຖວໜ້າຢູ່ກຳປູເຈຍ ແລະລາວ ມີໂຄງການລົງທຶນຢູ່ ກຳປູເຈຍ 205 ໂຄງການ (ລວມມູນຄ່າທັງໝົດປະມານ 2,95 ຕື້ໂດລາສະຫະລັດ); ສ່ວນໂຄງການຢູ່ລາວ ແມ່ນ 245 ໂຄງການ (ລວມມູນຄ່າການລົງທຶນທັງໝົດ ປະມານ 5,5 ຕື້ ໂດລາສະຫະລັດ).  

ຕາມທ່ານ Ouk Sophon, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນ ກຳປູເຈຍ ແລ້ວ, ເວທີປາໄສແມ່ນພະຍານຫຼັກຖານໃຫ້ແກ່ຄວາມມານະພະຍາຍາມຂອງກຳປູເຈຍ, ຫວຽດນາມ ແລະລາວ ໃນການເຕົ້າໂຮມບັນດານັກລົງທຶນ, ຜູ້ຕາງໜ້າພາກເອກະຊົນ ແລະບັນດາເຈົ້າໜ້າທີ່ລັດຖະບານ ເພື່ອພົບປະ, ພົວພັນ ແລະແລກປ່ຽນຂໍ້ມູນຂ່າວສານລະອຽດກ່ຽວກັບວິທີການກໍານົດທິດ ແລະທີ່ຕັ້ງໄດ້ດີກວ່າໃນສະພາບທີ່ຂາດສະຖຽນລະພາບຄືໃນປະຈຸບັນ.

ໂດຍ: ທະນາພອນ