ບັນດາຜູ້ແທນທັງສອງຝ່າຍໄດ້ພ້ອມກັນແລກປ່ຽນດ້ານວິຊາສະເພາະ, ຄື: ກຳລັງຄວາມສາມາດ, ຫຼັກສູດ ແລະການບໍລິການສຸຂະພາບຈິດໃນກຳລັງປ້ອງກັນຊາດອົດສະຕາລີ; ຄຸ້ມຄອງ ແລະເບິ່ງແຍງສຸຂະພາບຈິດຂອງນາຍທະຫານທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ); ການເຄື່ອນໄຫວຊ່ວຍເຫຼືອດ້ານສຸຂະພາບຈິດ...

leftcenterrightdel
ການນຳໂຮງໝໍກອງທັບ 103 ແນະນຳໃຫ້ຄະນະປະຕິບັດງານກ່ຽວກັບພາກວິຊາ - ຂະແໜງໂລກຈິດ. ພາບ: ຮົງຈວຽນ
leftcenterrightdel
ຜູ້ແທນເຂົ້າຮ່ວມການແລກປ່ຽນປະສົບການກ່ຽວກັບສຸຂະພາບຈິດໃຫ້ແກ່ນາຍທະຫານທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ພາບ: ຮົງຈວຽນ

ການແລກປ່ຽນປະສົບການໄດ້ນຳເອົາຄວາມຮູ້ທີ່ມີປະໂຫຍດຫຼາຍຢ່າງໃຫ້ແກ່ຖັນແຖວແພດໝໍຫວຽດນາມ ໃນວຽກງານເຂົ້າເຖິງ ແລະເບິ່ງແຍງສຸຂະພາບໃຫ້ກຳລັງນາຍທະຫານຫວຽດນາມ ທີ່ເຂົ້າຮ່ວມປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ (ສປຊ). ສອງຝ່າຍຫວັງວ່າ ຈະສົມທົບກັນຈັດຕັ້ງການເຄື່ອນໄຫວແລກປ່ຽນປະສົບການ, ກອງປະຊຸມ ແລະກອງປະຊຸມສຳມະນາໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ.

ໂດຍ: ທູມມີ ໄຊຍະວົງ