ນໍ້ານອງຢູ່ຍອດນ້ຳໄດ້ໄຫຼລົງມາເຮັດໃຫ້ນໍ້າຢູ່ຫ້ວຍຊີມສູງຍຶ່ງຂຶ້ນຫຼາຍ ແລະໄຫຼລົງໄປຖ້ວມເສັ້ນທາງແຂວງ 521E ທີ່ເຊື່ອມຕໍ່ກັບໃຈກາງເມືອງເມືອງລາດ. ຄະນະເສດຖະກິດ-ປ້ອງກັນຊາດ 5 ໄດ້ລະດົມກຳລັງພະນັກງານ, ນັກຮົບເກືອບ 100 ຄົນໄປຊ່ວຍເຫຼືອ 18 ຄອບຄົວ ຍົກຍ້າຍໄປຢູ່ບ່ອນປອດໄພ, ເພີ່ມທະວີການປະຈໍາການຢູ່ບັນດາເຂດຈຸດສຸມ.

ປະຈຸບັນ, ຍັງມີ 30 ຄອບຄົວຢູ່ຕາແສງເມືອງແຈງ ພວມຕ້ອງການຍົກຍ້າຍຢ່າງຮີບດ່ວນ, ຢູ່ບັນດາເຂື່ອນນ້ຳລົ້ນນໍ້າໄດ້ຍຶ່ງຂຶ້ນສູງ, ໄດ້ຕັດແຍກ 9 ບ້ານໃຫ້ຢູ່ໂດດດ່ຽວ. ພະນັກງານ, ນັກຮົບຄະນະເສຖະກິດ-ປ້ອງກັນຊາດ 5 ໄດ້ສ້າງຕັ້ງ 3 ໜ່ວຍປະຕິບັດງານເພື່ອເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ຢູ່ຕາມເຂື່ອນນໍ້າລົ້ນລຽບຕາມເສັ້ນທາງແຂວງ 521E; ປະສານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງເພື່ອຮັບປະກັນໃຫ້ມີບ່ອນພັກພິງ,  ຈັດສັນບ່ອນພັກ, ບ່ອນເຊົາໃຫ້ປະຊາຊົນທີ່ກຳລັງຈະຍົກຍ້າຍ.

leftcenterrightdel
 
leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບຄະນະເສດຖະກິດ-ປ້ອງກັນຊາດ 5 ຊ່ວຍປະຊາຊົນປ້ອງກັນ, ຕ້ານຝົນຕົກນໍ້າຖ້ວມ. ພາບ: qdnd.vn

ໂດຍ: ທະນາພອນ