ຍົນຂົນສົ່ງເຄື່ອງຊ່ວຍເຫຼືອຄັ້ງນີ້ ລວມມີຊຸດເຄື່ອງໃຊ້ໃນຄົວເຮືອນ, ຊຸດເຄື່ອງມືສ້ອມແປງເຮືອນຊານ, ຊຸດເຕົາໄຟ, ຊຸດເຄື່ອງທຳຄວາມສະອາດສ່ວນຕົວດ້ວຍຍອດມູນຄ່າກວ່າ 254.000 USD (ກວ່າ 6,2 ຕື້ດົ່ງ) ໄດ້ຂົນໄປໜູນຊ່ວຍປະຊາຊົນແຂວງອຽນບ໊າຍ ແລະແຂວງລາວກາຍ.

ກ່ອນໜ້ານັ້ນ, ຍົນຂົນສົ່ງເຄື່ອງຊ່ວຍເຫຼືອ 2 ຖ້ຽວ ມີນ້ຳໜັກ 21,8 ໂຕນ ລວມມີເຄື່ອງໃຊ້ໃນຄົວເຮືອນ, ເຕົາໄຟ, ເຄື່ອງທຳຄວາມສະອາດສ່ວນຕົວ ແລະເຄື່ອງສ້ອມແປງເຮືອນຊານທາງສູນ AHA ໄດ້ມອບໃຫ້ຜູ້ຕາງໜ້າກະຊວງກະສິກຳ ແລະພັດທະນາຊົນນະບົດ ເພື່ອນຳໄປໜູນຊ່ວຍປະຊາຊົນຢູ່ແຂວງອຽນດບ໊າຍ.

ວັນທີ 13 ກັນຍາ, ອົງການອະນາໄມໂລກ (WHO) ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ ຢາຂ້າເຊື້ອໃນນໍ້າ 1 ລ້ານເມັດ ແລະຖັງໃສ່ນ້ຳ  500 ຖັງ ດ້ວຍຈຸດປະສົງຮັກສາສຸຂະພາບຂອງປະຊາຊົນ ຢູ່ບັນດາແຂວງຂອງຫວຽດນາມ ທີ່ຖືກລົມພາຍຸໃຕ້ຝຸ່ນຢາກີ ທຳລາຍຢ່າງໜັກໜ່ວງ. ການຊ່ວຍເຫຼືອດັ່ງກ່າວຈະສະໜອງນ້ຳສະອາດໄດ້ປະມານ 15 ລ້ານລິດ, ຮັບປະກັນມີແຫຼ່ງນ້ຳດຶ່ມທີ່ປອດໄພໄດ້ຫຼາຍມື້ ແລະຫຼາຍອາທິດແກ່ບັນດາຄອບຄົວ ແລະນຳໃຊ້ໃນຮາກຖານການແພດຢູ່ 8 ແຂວງ, ນະຄອນທີ່ໄດ້ຮັບຜົນສະທ້ອນອັນໜັກໜ່ວງທີ່ສຸດ, ຄື: ບັກຢາງ, ກາວບັ່ງ. ດ້ຽນບຽນ, ລາຍເຈົາ, ລາວກາຍ, ຝູເທາະ, ທ໊າຍງວຽນ ແລະ ອຽນບ໊າຍ.

leftcenterrightdel
ມອບເຄື່ອງຊ່ວຍເຫຼືອຂອງສູນ AHA ໃຫ້ແກ່ແຂວງລາວກາຍ. ພາບ: phongchongthientai.mard.gov.vn

ກໍ່ໃນວັນທີ 13 ກັນຍາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບເຄື່ອງໃຊ້ໃນຄົວເຮືອນ 700 ຊຸດ ໃຫ້ແກ່ກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ເພື່ອໜູນຊ່ວຍປະຊາຄົມທີ່ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຈາກພະຍຸໄຕ້ຝຸ່ນ ຢາກີ ຢູ່ແຂວງອຽນບ໊າຍ. ນີ້ແມ່ນການໜູນຊ່ວຍເບື້ອງຕົ້ນໃນຄວາມມານະພະຍາຍາມຂອງ UNDP ເພື່ອຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນຟື້ນຟູຄືນໃໝ່ພາຍຫຼັງທີ່ພາຍຸລູກແຮງທີ່ສຸດພັດເຂົ້າຫວຽດນາມ ໃນ 3 ທົດສະວັດຜ່ານມາ. ເຄື່ອງໃຊ້ໃນຄົວເຮືອນລວມມີເຄື່ອງຂອງທີ່ໄດ້ຄັດເລືອກຢ່າງລະອຽດເພື່ອແນໃສ່ລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນທີ່ປະສົບໄພຢູ່ແຂວງ ອຽນບ໊າຍ, ສະໜອງເຄື່ອງຂອງທີ່ຈຳເປັນໃຫ້ຜູ້ສູນເສຍຊັບສິນຢ່າງທັນການເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ເຄື່ອງໃຊ້ໃນຄົວເຮືອນປະກອບມີ ຄຸນໍ້າ, ເກີບຢາງພາລາສຳລັບຜູ້ໃຫຍ່ ແລະເດັກນ້ອຍ, ຜ້າຫົ່ມ, ຢຸກຢາ, ໝາກຫວີດ ແລະເຄື່ອງໃຊ້ທີ່ຈຳເປັນອື່ນໆອີກ...

ວັນທີ 14 ກັນຍາ, ສະຖານທູດອັງກິດ ແລະ ໄອແລນເໜືອ ປະຈຳ ຫວຽດນາມ ປະກາດວ່າ ລັດຖະບານອັງກິດ ຈະໜູນຊ່ວຍ 1 ລ້ານປອນ (ເທົ່າກັບ 32 ຕື້ດົ່ງ) ເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຢາກີ, ຈໍານວນເງິນໜູນຊ່ວຍນີ້ຈະສະໜອງໃຫ້ດ້ວຍຮູບການຊື້ເຄື່ອງຂອງທີ່ຈໍາເປັນສຸກເສີນ, ໜູນຊ່ວຍດ້ານເງິນສົດ ແລະການບໍລິການທີ່ສຳຄັນເຊັ່ນ: ການແພດ, ນ້ຳສະອາດ ແລະ ເຄື່ອງອະນາໄມໃຫ້ແກ່ຜູ້ທີ່ໄດ້ຮັບຜົນສະທ້ອນ.

ໂດຍ: ທູຈາງ