leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາສະພາບການຝົນຕົກນ້ຳຖ້ວມ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມຢູ່ແຂວງອຽນບ໊າຍ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ໄດ້ແບ່ງເບົາ, ລະດົມກຳລັງໃຈປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ, ຮຽກຮ້ອງບັນດາກຳລັງມານະພະຍາຍາມສຸມແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ພ້ອມກັບປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ທ່ານນາຍົກລັດຖະມົນຕີ ກໍໄດ້ໄປຢ້ຽມຢາມໂຮງຮຽນອະນຸບານຮວາລານ ແລະໂຮງຮຽນອະນຸບານແອັງເຢືອງ ນະຄອນອຽນບ໊າຍ, ເຊິ່ງເປັນບ່ອນລີ້ໄພຂອງປະຊາຊົນກວ່າ 170 ຄົນ ໃນຊຸມວັນຜ່ານມາ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມາດຳເນີນກອງປະຊຸມດ່ວນກັບການນຳກະຊວງ, ຂະແໜງການ ແລະແຂວງອຽນບ໋າຍ ຢູ່ສຳນັກງານຄະນະກຳມະການປະຊາຊົນແຂວງ.

ໃນວັນດຽວກັນ, ວຽກງານກູ້ໄພກູ້ຊີບພໍ່ແມ່ປະຊາຊົນຢູ່ເຂດຖືກໄພທຳມະຊາດນັ້ນສືບຕໍ່ໄດ້ດຳເນີນ. ວັນທີ 12 ສິງຫາ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງຫວຽດນາມ ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍກວາງ ນຳໜ້າໄດ້ເດີນທາງໄປຍັງອຽນບ໊າຍ, ຢື້ຢາມຖາມຂ່າວ, ມອບເຄື່ອງບັນເທົ່າທຸກໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ ລວມມູນຄ່າ ກວ່າ 8.600 ໂດລາສະຫະລັດ.

ຢູ່ແຂວງລາວກາຍ, ຕອນເຊົ້າຂອງວັນດຽວກັນ, ກຳລັງຊອກຫາ ໄດ້ນໍາໃຊ້ໝາຮັບໃຊ້ເພື່ອຊອກຫາຜູ້ຖືກຫາຍສາບສູນໃນເຫດດິນເຊາະເຈື່ອນຢູ່ບ້ານ ໜູ່, ເຊິ່ງເປັນບ່ອນດຳລົງຊີວິດຂອງປະຊາຊົນເກືອບ 160 ຄົນ.

ໂດຍ:​ ກວຽດເຕີມ