leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ກ່າວຄໍາເຫັນທີ່ການເຮັດວຽກກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ຟ້າມຮວ່າຍນາມ ຮັບຮູ້, ຍ້ອງຍໍຊົມເຊີຍຜົນງານພົ້ນເດັ່ນທີ່ Viettel ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຄົ້ນ ຄວ້າ, ອອກແບບ ແລະຜະລິດ ຜະລິດຕະພັນເຕັກໂນໂລຊີທັນສະໄໝຈໍານວນໜຶ່ງ, ທີ່ມີລັກສະນະນໍາໃຊ້ສູງສໍາເລັດ; ພ້ອມທັງໃຫ້ຮູ້ວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສ້າງທຸກເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ Viettel ຍູ້ແຮງການຄົ້ນຄວ້າ, ຜະລິດບັນດາຜະລິດຕະພັນເຕັກໂນໂລຊີສູງ ໃຫ້ນັບມື້ນັບຫຼາກ ຫຼາຍ, ນຳໃຊ້ໄດ້ສອງຢ່າງ, ປະກອບສ່ວນເປັນເຈົ້າຕົນເອງ ຮັບປະກັນອາວຸດຍຸດໂທປະກອນ, ກໍ່ສ້າງກອງທັບໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝເທື່ອລະກ້າວ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ ຊາດໃນສະພາບການໃໝ່.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ເພື່ອປະຕິບັດສໍາເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ທ່ານພົນໂທ ຟ້າມຮວ່າຍນາມ ຮຽກຮ້ອງໃຫ້ກຸ່ມບໍລິສັດ ສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິເລກທີ 03/NQ-CP ຂອງລັດຖະບານ ຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນກັບ ບັນດາກົມກອງທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໃນການຄົ້ນຄວ້າ, ພັດທະນາ ແລະຜະລິດບັນດາຜະລິດຕະພັນປ້ອງກັນຊາດ ເຕັກໂນໂລຊີສູງ; ສຸມໃສ່ແຫຼ່ງກໍາລັງໃຫ້ແກ່ການຄົ້ນຄວ້າ, ພັດທະນາ. ຖັນແຖວພະນັກງານ, ລັດຖະກອນ ກຸ່ມບໍລິສັດຕ້ອງເສີມຂະຫຍາຍຈິດໃຈປະດິດສ້າງ, ຄວາມສາມັກຄີເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ລໍາບາກ, ສິ່ງທົດສອບ, ປະຕິບັດສໍາເລັດໜ້າທີ່.

ໂດຍ: ກວຽດເຕິມ