ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – ວັນທີ 27 ກໍລະກົດ 2024), ໃນຊຸມມື້ຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງ ກ່າເມົາ ໄດ້ຈັດຫຼາຍຄະນະປະຕິບັດງານໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນບໍລິເວນບັນດາເມືອງແຄມທະເລແຂວງ ກ່າເມົາ, ເພື່ອຕອບບຸນຄຸນບັນດາການເສຍສະຫຼະຊີວິດຂອງນັກຮົບວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃນການຕໍ່ສູ້ປົດປ່ອຍຊາດ.

leftcenterrightdel
ຄະນະພັກແຂວງເຮົ້າຢາງ ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະສັງຄົມແຂວງຈັດພິທີ “ຈູດທູບທຽນອາໄລຫາ” ບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ. ພາບ: baohaugiang.com.vn

ຕອນຄ່ຳວັນທີ 25 ກໍລະກົດ, ຄະນະພັກແຂວງ ເຮົ້າຢາງ ໄດ້ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະສັງຄົມແຂວງ ຈັດພິທີ “ຈູດທູບທຽນອາໄລຫາ” ບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ. ຜູ້ຕາງໜ້າບັນດາໝູ່ຄະນະໄດ້ຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີ ແລະຈູດທູບທຽນໃຫ້ກວ່າ 3.600 ຂຸມຝັງສົບຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພື່ອສະແດງຄວາມເຄົາລົບນັບຖືຕອບບຸນແທນຄຸນ. ນີ້ແມ່ນການເຄື່ອນໄຫວເຊິ່ງແຂວງ ເຮົ້າຢາງ ຈັດຂຶ້ນປະຈຳປີ ເພື່ອສະແດງໃຫ້ເຫັນມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ບົດບາດ, ຄວາມຮັບຜິດຊອບຂອງໄວໜຸ່ມໃນການຮັກສາ ແລະສືບທອດພາລະກິດການປະຕິວັດອັນສະຫງ່າອົງອາດຂອງຊາດ.

leftcenterrightdel
ຄະນະພັກແຂວງ ວິ້ງລອງ ສົມທົບກັບບັນດາຫົວໜ່ວຍຈັດພິທີຈູດທູບທຽນອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ແລະກໍ່ໃນຕອນຄ່ຳວັນທີ 25 ກໍລະກົດ, ຄະນະພັກແຂວງ ວິ້ງລອງ ກໍ່ໄດ້ສົມທົບກັບບັນດາຫົວໜ່ວຍຈັດພິທີຈູດທູບທຽນອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ. ກ່ອນໜ້ານັ້ນ, ຄະນະພັກແຂວງ ວິ້ງລອງ ກໍ່ໄດ້ສົບທົບກັບບັນດາຫົວໜ່ວຍຈັດການເຄື່ອນໄຫວອະນາໄມທຳຄວາມສະອາດເຂດສຸສານ, ໄປຢື້ຢາມຖາມຂ່າວ, ມອບຂອງຂວັນ ແລະຈັດພາເຂົ້າຕອບບຸນແທນຄຸນຕໍ່ບັນດາແມ່ ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ… ເຊັ່ນດຽວກັນ.

ໂດຍ: ກວຽດເຕິມ