ພາຍຫຼັງດໍາເນີນຊຸດຝຶກອົບຮົມເປັນເວລາເກືອບ 1 ເດືອນ, ບັນດາຄູອາຈານຂອງຫ້ອງການກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມກັບບັນດາສະຫາຍພະນັກງານກອງທັບປະຊາຊົນລາວ ໄດ້ຄົ້ນຄວ້າ, ແລກປ່ຽນ 12 ຫົວເລື່ອງກ່ຽວກັບວຽກງານຫ້ອງການ ແລະເຂົ້າຮ່ວມການເຄື່ອນໄຫວນອກຫຼັກສູດ, ຄົ້ນຄວ້າຕົວຈິງ, ແລກປ່ຽນບົດຮຽນວຽກງານຢູ່ບາງກົມກອງສັງກັດກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ທະຫານເຂດ 2, ທະຫານເຂດ 3, ເຫຼົ່າທັບອາກາດ-ທະຫານອາກາດ...

leftcenterrightdel
ທ່ານພັນເອກພິເສດ ຈິ້ງຍືເຫວ້ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນປິດຊຸດຝຶກອົມຮົມວຽກງານຫ້ອງການໃຫ້ພະນັກງານກອງທັບປະຊາຊົນລາວ. ພາບ: ຊວນມາຍ
leftcenterrightdel
ພະນັກງານກອງທັບປະຊາຊົນລາວ ໄດ້ຮັບໃບຢັ້ງຢືນສຳເລັດຊຸດຝຶກອົມຮົມວຽກງານຫ້ອງການ. ພາບ: ຊວນມາຍ

ການແລກປ່ຽນ, ຄົ້ນຄວ້າເນື້ອໃນພື້ນຖານ, ຫຼັກແຫຼ່ງຂອງວຽກງານແຜນການສັງລວມ, ຂາອອກ-ຂາເຂົ້າ, ການບໍລິຫານ..., ຕິດແທດກັບເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການຂອງຊຸດຝຶກອົບຮົມ. ຊຸດຝຶກອົບຮົບໄດ້ນໍາໃຊ້ຢ່າງມີໄຫວພິບບັນດາຮູບການ, ວິທີການປະສານສົມທົບລະຫວ່າງການແລກປ່ຽນກັບການຄົ້ນຄວ້າຂອງນັກສໍາມະນາກອນ, ລະຫວ່າງການຄົ້ນຄວ້າທິດສະດີກັບການແລກປ່ຽນບົດຮຽນຕົວຈິງຢູ່ບາງກົມກອງຮາກຖານ. ຊຸດຝຶກອົບຮົບໄດ້ປະຕິບັດຖືກຕາມຫຼັກສູດ, ແຜນການທີ່ໄດ້ວາງອອກ, ບັນລຸໝາກຜົນທີ່ດີ, ຮັບປະກັນຄວາມປອດໄພທຸກດ້ານ.

ໃນຕອນບ່າຍວັນທີ 25 ກໍລະກົດ, ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວິຊາການເຕັກນິກການພິມໃຫ້ພະນັກງານໂຮງພິມກອງທັບປະຊາຊົນລາວ ປີ 2024. ໃນໄລຍະເຂົ້າຮ່ວມຊຸດຝຶກອົບຮົມ, ບັນດາພະນັກງານໂຮງພິມກອງທັບປະຊາຊົນລາວ ໄດ້ຮັບແນະນໍາບັນດາເນື້ອໃນພື້ນຖານກ່ຽວກັບເຕັກນິກເຕັກໂນໂລຢີຈັດໜ້າເອເລັກໂຕນິກ; ຂັ້ນຕອນເຕັກນິກການພິມເອກະສານດ້ວຍຈັກພິມ offset; ການນຳໃຊ້ເຄື່ອງຈັກປະເພດຕ່າງໆເພື່ອພິມສຳເລັດ...

leftcenterrightdel
ມອບໃບຢັ້້ງຢືນໃຫ້ພະນັກງານໂຮງພິມກອງທັບປະຊາຊົນລາວ ພາຍຫຼັງສຳເລັດຊຸດຝຶກອົບຮົມວິຊາການເຕັກນິກການພິມ. ພາບ: ຊວນມາຍ

ຄະນະຈັດຕັ້ງຕີລາຄາສູງຄວາມຮັບຜິດຊອບຂອງຄູອາຈານກອງທັບປະຊາຊົນຫວຽດນາມ, ຈິດໃຈມັກຮຽນຂອງບັນດາສະຫາຍພະນັກງານໂຮງພິມກອງທັບປະຊາຊົນລາວ, ປະກອບສ່ວນເຮັດໃຫ້ຊຸດຝຶກອົບຮົມປະສົບຜົນສໍາເລັດ.

ໂດຍ: ໄຊນີດາ