ເຂົ້າຮ່ວມງານພົບປະ ມີທ່ານ Chan Sorykan, ຫົວໜ້າສະຖານກົງສູນໃຫຍ່ ກຳປູເຈຍ ແລະ ທ່ານ ພອນສີ ບຸນມີໄຊ, ກົງສູນໃຫຍ່ລາວ ປະຈຳ ນະຄອນ ໂຮ່ຈີມິນ. ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນກໍໄດ້ຢືນກົມຫົວ 1 ນາທີ ເພື່ອອາໄລຫາຊີວິດ, ພາລະກິດ, ແບບຢ່າງອັນສູງສົ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ທ່ານພົນຕີ ລຶວເຟຶອກເລືອງ ແປງປັນຄວາມຮູ້ສຶກໃນງານພົບປະແລກປ່ຽນ. ພາບ: vov.vn

ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ. ນາງ ສຸພາພອນ ນັກສຶກສາລາວ ພວມຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທກ, ແບ່ງປັນວ່າ:

“ນ້ອງຮູ້ສຶກສະເທືອນໃຈຕໍ່ການເສຍສະຫຼະເພື່ອປະຊາຊົນ, ເພື່ອປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຍາດໄດ້ເອກະລາດຄືໃນວັນນີ້, ເພື່ອໃຫ້ພວກນ້ອງມີໂອກາດໄດ້ໄປຮຽນ. ນ້ອງດຳລົງຊີວິດຢູ່ ຫວຽດນາມ ໄດ້ 2 ປີ ແລ້ວ ແລະ ນ້ອງເຫັນວ່າ ຮັກປະຊາຊົນ ຫວຽດນາມ ທີ່ສຸດ, ສະໜິດສະໜົມຫຼາຍ. ໃນການຮ່ຳຮຽນນັ້ນ ຄູອາຈານກໍເບິ່ງແຍງພວກນ້ອງຄືແມ່ຜູ້ທີ 2 ຂອງຕົນ.”

ແຫຼ່ງຄັດຈາກ: vovworld.vn