ທີ່ນະຄອນຫຼວງ Buenos Aires, ໃນການເຮັດວຽກກັບທ່ານນາງ ໂງມິງງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕິນ ຫວ່າງແລ້ວນີ້, ທ່ານນາງ Diana Mondino ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ໃຫ້ຮູ້ວ່າ ອາກຊັງຕິນ ພວມມານະພະຍາຍາມຍູ້ໄວການປະຕິຮູບໃນກຸ່ມຕະຫຼາດລວມຂອງອາເມລິກາໃຕ້ (MERCOSUR) ຕາມທິດເປີດຕະຫຼາດ, ເຈລະຈາສັນຍາການຄ້າເສລີ (FTA) ກັບບັນດາປະເທດ, ໃນນັ້ນ ມີຫວຽດນາມ.

ທ່ານນາງ  Diana Mondino ຊີ້ແຈ້ງວ່າ ອາກຊັງຕິນ ໄດ້ແບ່ງປັນບົດຮຽນ, ຖ່າຍທອດເຕັກໂນໂລຢີໃຫ້ຫວຽດນາມ ໃນຂົງເຂດກະສິກໍາເຕັກໂນໂລຢີສູງ; ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນ ມີຂົງເຂດກວດກາ ແລະທໍາລາຍລະເບີດ, ໝາກມິ່ນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ ໂງມິງງວຽດ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ການແລກປ່ຽນບັນດາການຢ້ຽມຢາມຢູ່ຂັ້ນສູງ ແລະທຸກຂັ້ນ, ໃນທຸກຊ່ອງທາງກັບອາກຊັງຕິນ ໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຄາດວ່າຈະມີການຢ້ຽມຢາມອາກຊັງຕິນ ຢ່າງເປັນທາງການໃນປີນີ້, ນອກຈາກນັ້ນ ສອງປະເທດກໍ່ຈະສືບຕໍ່ແລກປ່ຽນຫຼາຍການຢ້ຽມຢາມ ແລະເຮັດວຽກໃນທຸກຊ່ອງທາງພັກ, ສະພາແຫ່ງຊາດ ແລະທ້ອງຖິ່ນໃນປີນີ້. ທ່ານນາງເອກອັກຄະລັດຖະທູດ ຫວັງວ່າສອງປະເທດຈະສືບຕໍ່ດໍາເນີນການເຈລະຈາ ແລະເຊັນສັນຍາຫຼີກລ້ຽງການເສຍພາສີສອງເທື່ອຢ່າງວ່ອງໄວ; ຈັດຕັ້ງກອງປະຊຸມ ຄັ້ງທີ 8 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ແລະປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດໃນປີນີ້.

ໂດຍ: ໄຊນີດາ