ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນວິວັດການຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດບົນພື້ນຖານວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ ແລະພັດທະນາສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດປັນຍາ; ຍີ່ປຸ່ນແບ່ງປັນ ແລະຮ່ວມມືກັບຫວຽດນາມ ໃນຂົງເຂດກະສິກຳ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂບັນຫາປະຊາກອນອາຍຸຫຼາຍ; ຊຸກຍູ້ການຮ່ວມມືດ້ານແຮງງານ, ການສຶກສາ-ບຳລຸງສ້າງ, ການພົວພັນແລກປ່ຽນປະຊາຊົນ, ການທ່ອງທ່ຽວ; ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງ, ຕ່ອງໂສ້ການຜະລິດ ແລະຕ່ອງໂສ້ຈຳໜ່າຍທົ່ວໂລກ; ຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ດ້ວຍຈິດໃຈ “ເວົ້າໄດ້ຕ້ອງເຮັດ, ໄດ້ໃຫ້ຄຳໝັ້ນສັນຍາແລ້ວຕ້ອງປະຕິບັດ, ໄດ້ປະຕິບັດຕ້ອງມີປະສິດທິຜົນລະອຽດ, ແທດຈິງ”; ປາດຖະໜາຢາກໃຫ້ຍີ່ປຸ່ນ ຂະຫຍາຍນະໂຍບາຍຮັບເອົາຊາວຫວຽດນາມ ໄປຮ່ຳຮຽນ ແລະເຮັດວຽກຢູ່ຍີ່ປຸ່ນ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Shindo Yoshitaka. ພາບ: VGP

ສ່ວນທ່ານ Shindo Yoshitaka ລັດຖະມົນຕີ ກໍ່ສະເໜີໃຫ້ຫວຽດນາມ ສົມທົບກັບຍີ່ປຸ່ນ ຊຸກຍູ້ບັນດາຂົງເຂດຮ່ວມມືດ້ວຍບັນດາໂຄງການ ແລະແຜນການລະອຽດ, ພິເສດແມ່ນບັນດາຂົງເຂດການຄ້າ - ການລົງທຶນ, ນະວັດຕະກຳ, ເລີ່ມທຸລະກິດ, ການສຶກສາ-ບໍາລຸງສ້າງ ແລະແຮງງານ.

ບົນເນື້ອໃນຈິດໃຈ "3 ພ້ອມ": ພ້ອມຟັງ ແລະເຂົ້າໃຈ; ພ້ອມກັນແບ່ງປັນວິໄສທັດ ແລະການກະທໍາ; ພ້ອມເຮັດ, ພ້ອມຊົມໃຊ້, ພ້ອມກັນໄຊຊະນະ ແລະພ້ອມກັນພັດທະນາ, ທ່ານນາຍົກລັດຖະມົນຕີ  ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບຍີ່ປຸ່ນ ແລະບັນດາສະມາຊິກສັນຍາ CPTPP ອື່ນໃນການປະຕິບັດສັນຍາ  CPTPP, ພິເສດແມ່ນການເຄື່ອນໄຫວກວດກາປະຕິບັດສັນຍາ, ເພື່ອຍົກສູງປະສິດທິຜົນໃນໄລຍະຈະມາເຖິງ, ຊ່ວຍນຳເອົາຜົນປະໂຫຍດ ມາໃຫ້ວິສາຫະກິດ ແລະປະຊາຊົນຫຼາຍກວ່າອີກ, ພ້ອມທັງຊ່ວຍຍົກລະດັບສັນຍາ CPTPP ເພື່ອສັນຍາສວມບົດບາດສໍາຄັນກວ່າອີກໃນການຄ້າພາກພື້ນ ແລະທົ່ວໂລກ...

ໂດຍ: ໄຊນີດາ