ທ່ານພົນຈັດຕະວາ ຕ່າວດຶກຖັງ ໃຫ້ຮູ້ວ່າ: ການປະດິດຄິດສ້າງແມ່ນໜຶ່ງໃນບັນດາຄຸນຄ່າຫຼັກແຫຼ່ງຂອງ Viettel. Viettel ຮັບຟັງ ແລະເຄົາລົບເຖິງແມ່ນແນວຄິດທີ່ນ້ອຍທີ່ສຸດກໍ່ຕາມ. ເມື່ອການຫົວຄິດປະດິດສ້າງຊຶມເຂົ້າໄປໃນວັດທະນະທໍາ, ນັບແຕ່ພາລະກອນຈົນເຖິງພະນັກງານຄຸ້ມຄອງ, ມີຫົວຄິດປະດິດສ້າງຈະດໍາເນີນຕາມທໍາມະຊາດ.

leftcenterrightdel
ທີ່ການແຂ່ງຂັນຊີງລາງວັນໄວໜຸ່ມມີຫົວຄິດປະດິດສ້າງໃນກອງທັບ ຄັ້ງທີ 24, Viettel ຍາດໄດ້ 1 ລາງວັນທີ 1, 4 ລາງວັນທີ 2, 4 ລາງວັນທີ 3 ແລະ 1 ລາງວັນຊົມເຊີຍ. ພາບ: qdnd.vn

ທີ່ພິທີມອບລາງວັນໄວໜຸ່ມມີຫົວຄິດປະດິດສ້າງໃນກອງທັບ ຄັ້ງທີ 24, ການນຳກະຊວງປ້ອງກັນປະເທດ ຕີລາຄາວ່າ ໃນການເຄື່ອນໄຫວວິທະຍາສາດການທະຫານຂອງທົ່ວກອງທັບ, ລາງວັນໄວໜຸ່ມມີຫົວຄິດປະດິດສ້າງແມ່ນຈຸດພົ້ນເດັ່ນ, ໄດ້ສະແດງໃຫ້ເຫັນຈິດໃຈຫົວຄິດປະດິດສ້າງ, ກະຕືລືລົ້ນ ແລະຄວາມມຸ່ງມາດປາດຖະໜາທີ່ຈະຄອງສູງດ້ານວິທະຍາສາດຂອງຊາວໜຸ່ມກອງທັບ. ທີ່ການແຂ່ງຂັນປີນີ້, Viettel ຍາດໄດ້ 1 ລາງວັນທີໜຶ່ງ, 4 ລາງວັນທີສອງ, 4 ລາງວັນທີສາມ ແລະ 1 ລາງວັນຊົມເຊີຍ.

ໃນ 5 ປີຜ່ານມາ, Viettel ໄດ້ຮັບ 35 ລາງວັນໄວໜຸ່ມມີຫົວຄິດປະດິດສ້າງໃນກອງທັບ. 100% ຂອງຫົວຂໍ້, ການລິເລີ່ມໄດ້ຖືກນໍາໃຊ້ໃນພຶດຕິກໍາຕົວຈິງ. ເຊີດຊູບັນດາຄຸນຄ່າຫົວຄິດປະດິດສ້າງ, Viettel ມີນະໂຍບາຍສົ່ງເສີມບັນດາຂໍ້ລິເລີ່ມ, ແນວຄວາມຄິດພາຍໃນກຸ່ມບໍລິສັດ ແລະເຫດການປະຈຳປີທີ່ເຄົາລົບບັນດາຂໍ້ລິເລີ່ມ, ແນວຄວາມຄິດ. ປີ 2023, Viettel ຈະມີກວ່າ 500 ຂໍ້ລິເລີ່ມ, ແນວຄວາມຄິດ ແລະໄດ້ຮັບສິດທິບັດ 31 ແຜ່ນຢູ່ຫວຽດນາມ ແລະ 13 ສິດຜູກຂາດຢູ່ອາເມລິກາ.

ໂດຍ: ຈາງຫງວຽນ