leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

Bain & Company, ເຊິ່ງເປັນບໍລິສັດໃຫ້ຄຳປຶກສາດ້ານການບໍລິຫານຂອງອາເມລິກາ, ໄດ້ປະກາດຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ “ຫວຽດນາມ ນຳໜ້າໃນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການດຶງດູດການລົງທຶນໃນໄລຍະຍາວ”. ໃນນັ້ນ, ບັນດານັກລົງທຶນໄດ້ໃຫ້ຂໍ້ສັງເກດວ່າການເຄື່ອນໄຫວລົງທຶນເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງຢູ່ຫວຽດນາມ ໄລຍະ 2025 – 2030 ຈະເພີ່ມຂຶ້ນປະມານ 83% ເມື່ອທຽບໃສ່ໄລຍະປັດຈຸບັນ.

ຕາມການຄາດຄະເນຫຼ້າສຸດທີ່ໄດ້ປະກາດໃນອາທິດນີ້ຂອງທະນາຄານ UOB, GDP ໄຕມາດທີ 2 ປີ 2024 ຂອງຫວຽດນາມ ຈະເຕີບໂຕ 6% ບົນພື້ນຖານບັນດາການເຄື່ອນໄຫວເສດຖະກິດພວມໄປຖືກທິດ. ບົດລາຍງານດັ່ງກ່າວໃຫ້ຂໍ້ສັງເກດວ່າ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນໝາຍຄວາມວ່າ ບັນດານັກລົງທຶນສືບຕໍ່ມີຄວາມໄວ້ເນື່ອເຊື່ອໃຈຕໍ່ສະພາບການເມືອງ ແລະຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດຫວຽດນາມ. ລະອຽດ, ກະແສເງິນລົງທຶນ FDI ນັບແຕ່ຕົ້ນປີໄດ້ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງເປັນລະດັບເຕີບໂຕໄວສຸດໃນໄລຍະ 5 ເດືອນນັບແຕ່ປີ 2018.

ໃນບົດລາຍງານ “Vietnam at a glance” ປະກາດໃນອາທິດນີ້, HSBC ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2023 ແມ່ນມີຄວາມສາມາດບົ່ມຊ້ອນກາຍເປັນພື້ນຖານເສດຖະກິດດີຈີຕອນທີ່ມີຂອບຂະໜາດທີ່ 2 ໃນປີ 2030.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ