leftcenterrightdel
ເຍື່ອງອາຫານຫວຽດນາມ ດຶງດູດແຂກທ່ອງທ່ຽວທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການດັ່ງກ່າວໂດຍຄະນະກຳມະການອາຊຽນ ຢູ່ນະຄອນຫຼວງ Stockholm (ACS) ເປັນປະທານຈັດຕັ້ງ, ດ້ວຍການປະສານສົມທັບຂອງສະຖານທູດ 6 ປະເທດອາຊຽນ ປະຈຳ ຊູແອັດ, ລວມມີ: ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະຫວຽດນາມ.

ເຂົ້າຮ່ວມງານວາງສະແດງດັ່ງກ່າວມີທ່ານ Olle Burell ປະທານສະພານະຄອນ Stockholm, ຜູ້ຕາງໜ້າຄະນະທູຕານຸທູດປະເທດຕ່າງໆປະຈຳຊູແອັດ, ປະຊາຄົມອາຊຽນ ແລະນັກທ່ອງທ່ຽວຢູ່ປະເທດປະຈຳຖິ່ນເປັນຈຳນວນຫຼວງຫຼາຍ.

ທີ່ເຫດການ, ສະຖານທູດ ແລະປະຊາຄົມຊາວຫວຽດນາມ ປະຈຳ ຊູແອັດ ໄດ້ນຳເອົາຜະລິດຕະພັນ ແລະສິນຄ້າໃນຫຼາຍຂົງເຂດ, ຄື: ຜະລິດຕະພັນກະເສດ, ອາຫານ, ຫັດຖະກຳ, ເຄື່ອງຕັດຫຍິບ,... ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ.

ພິເສດ, ອາຫານພື້ນເມືອງຂອງຫວຽດນາມ, ຄື: ແນມ, ເຂົ້າຈີ່, ແບງກ໊ວນ,... ກໍ່ໄດ້ຮັບການແນະນຳ ແລະສ້າງຄວາມປະທັບໃຈໃຫ້ຊາວຊູແອັດ.

ນີ້ແມ່ນງານວາງສະແດງຄັ້ງທຳອິດໂດຍ ACS ຈັດຕັ້ງແຕ່ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກເພື່ອນມິດສາກົນ, ຍ້ອນໄດ້ຈັດຂຶ້ນກົງກັບໂອກາດທີ່ຊາວທ້ອງຖິ່ນກະກຽມຕ້ອນຮັບງານບຸນ Midsommar (ວັນຍາວກວ່າໝູ່ໃນປີຂອງຊາວຊູແອັດ.

ງານຕະຫຼາດນັດຍັງແມ່ນໂອກາດ ເພື່ອໃຫ້ສະຖານທູດຫວຽດນາມ ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຢີ, ພະລັງງານທົດແທນ, ການຂົນສົ່ງ, ກະສິກຳເຕັກໂນໂລຊີສູງ, ການທ່ອງທ່ຽວ, ການບໍລິການ...; ປະກອບສ່ວນນຳບັນດາເຄື່ອງໝາຍການຄ້າຂອງຫວຽດນາມ, ສີສັນວັດທະນະທຳຂອງຊາດໃຫ້ແກ່ເພື່ອນມິດສາກົນ.

ການເຂົ້າຮ່ວມງານວາງສະແດງຄັ້ງນີ້ປະສົບຜົນສຳເລັດໄດ້ຊ່ວຍໂຄສະນາຮູບພາບປະເທດຊາດ ແລະຊາວຫວຽດນາມ ເຖິງປະຊາຊົນຊູແອັດ ແລະເພື່ອນມິດສາກົນ; ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍຫວຽດນາມ ແລະຊູແອັດ ແລະສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1969-2024).

ໂດຍ: ໄຊນີດາ