leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: vov.vn

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ໂຕເລິມ ໄດ້ຊີ້ແຈ້ງວ່າ ປີ 2024 ແມ່ນປີເພີ່ມຄວາມໄວເພື່ອຮອດປີ 2025 ຈະປະຕິບັດສຳເລັດທຸກເປົ້າໝາຍທີ່ລະບຸໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ. ທ່ານປະທານປະເທດ ສະເໜີໃຫ້ລະບົບສານຕ້ອງສຸມໃສ່ສ້າງພື້ນຖານຍຸຕິທຳແບບທັນສະໄໝ, ເປັນມືອາຊີບ, ອຳນາດນິຕິບັນຍັດ. ເປັນເຈົ້າການຄົ້ນຄວ້າ ແລະກຽມພ້ອມທຸກແຜນການປະຕິບັດໜ້າທີ່ຂອງສານໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ສຸມໃສ່ປະຕິບັດໜ້າທີ່ປະຕິຮູບດ້ານຍຸຕິທຳຢ່າງມີປະສິດທິຜົນ. ເປັນເຈົ້າການວິວັດທະນາການ, ຂັ້ນຕອນປະຕິບັດວຽກງານພິພາກສາໃນຍຸກສະໄໝ 5.0 ດ້ວຍການພັດທະນາຂອງປັນຍາປະດິດ, ບັນດາບັນຫາກ່ຽວກັບຫຼັກຖານເອເລັກໂຕນິກ, ອາດຊະຍາກຳເຄື່ອນໄຫວໃນເຄືອຂ່າຍອິນເຕີເນັດ, ອາດຊະຍາກຳສະເໝືອນຈິງ. ສຸມໃສ່ແຫຼ່ງກຳລັງປະຕິບັດສຳເລັດວຽກງານສ້າງສານເລັກໂຕນິກໃນປີ 2025.

ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງດີເດັ່ນໃນປະຊາຄົມຊາວເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ, ເຂດໝູ່ເກາະເນື່ອງໃນໂອກາດມາຮ່າໂນ້ຍ ເຂົ້າຮ່ວມລາຍການ "ບ່ອນອີງເຂດໝູ່ບ້ານ" ຄັ້ງທີ 2 ປີ 2024.

ໂດຍ: ກວ໊ຽດເຕິມ