ທີ່ພິທີ, ທ່ານ Olivier Brochet ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຝຣັ່ງ ປະຈຳ ຫວຽດນາມ ໄດ້ຕາງໜ້າໃຫ້ປະທານາທິບໍດີຝຣັ່ງ ປະດັບຫຼຽນໄຊຄຸນງາມຄວາມດີແຫ່ງຊາດ, ນາມມະຍົດ ອັດສະວິນ ໃຫ້ແກ່ ທ່ານ ສຈ. ປອ ຫງວຽນຫວູກວກຮຸຍ, ຫົວໜ້າມະຫາວິທະຍາໄລແພດສາດ - ການຢາ, ຫົວໜ້າຫ້ອງການແພດອົງການຝຣັ່ງໂກໂຟນີ, ມະຫາວິທະຍາໄລແພດສາດ - ການຢາ, ມະຫາວິທະຍາໄລເຫ້ວ.

leftcenterrightdel
ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ, ຕາງໜ້າໃຫ້ປະທານາທິບໍດີຝຣັ່ງ ປະດັບຫຼຽນໄຊຄຸນງາມຄວາມດີແຫ່ງຊາດ, ນາມມະຍົດ ອັດສະວິນ ຂອງປະເທດຝຣັ່ງ ໃຫ້ທ່ານ ສຈ. ປອ ຫງວຽນຫວູກວກຮຸຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ Olivier Brochet ໄດ້ຕີລາຄາສູງບັນດາຜົນງານຂອງວິວັດການປະຕິບັດງານ ແລະຄົ້ນຄວ້າວິທະຍາສາດຂອງ ທ່ານ ສຈ. ປອ ຫງວຽນຫວູກວກຮຸຍ. ທ່ານໄດ້ອຸທິດ, ປະກອບສ່ວນທີ່ແທດຈິງຫຼາຍຢ່າງເຂົ້າໃນການພັດທະນາສາຍພົວພັນລະຫວ່າງຝຣັ່ງ ແລະຫວຽດນາມ, ມະຫາວິທະຍາໄລແພດສາດ - ການຢາ, ມະຫາວິທະຍາໄລເຫ້ວ ກັບມະຫາວິທະຍາໄລ, ອົງການຈັດຕັ້ງຢູ່ຝຣັ່ງ, ໂດຍສະເພາະແມ່ນໃນຂົງເຂດແພດສາດ ແລະອົງການຝຣັ່ງໂກໂຟນີ.

ທ່ານ ສຈ. ປອ ຫງວຽນຫວູກວກຮຸຍ ໃຫ້ຮູ້ວ່າ ຕົນເອງຮູ້ສຶກດີໃຈ ແລະເອກອ້າງທະນົງໃຈທີ່ໄດ້ຮັບຫຼຽນໄຊອັນສູງສົ່ງຂອງປະເທດຝຣັ່ງ. ນີ້ບໍ່ພຽງແຕ່ແມ່ນກຽດສັກສີຂອງທ່ານ ສຈ. ປອ ຫງວຽນຫວູກວກຮຸຍ ເທົ່ານັ້ນ, ຫາກຍັງສູງກວ່ານັ້ນ ແມ່ນການຮັບຮູ້ຂອງປະເທດຝຣັ່ງ ກ່ຽວກັບການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຄົມຝຣັ່ງໂກໂຟນີ ແລະການແພດຝຣັ່ງໂກໂຟນີ ຂອງຫວຽດນາມ ເວົ້າລວມ, ຂອງແຂວງເທື່ອທຽນເຫ້ວ ເວົ້າສະເພາະໃນຊຸມປີຜ່ານມາ.

ໂດຍ: ຈາງຫງວຽນ