ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຊົມເຊີຍສະຫະສະມາຄົມວິສາຫະກິດຫວຽດນາມ ຢູ່ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ; ເນັ້ນໜັກວ່າ ການສ້າງຕັ້ງສະມາຄົມແມ່ນຂີດໝາຍສຳຄັນການເຕີບໃຫຍ່ຂອງປະຊາຄົມວິສາຫະກິດຫວຽດນາມ ຢູ່ສ.ເກົາຫຼີ ເວົ້າສະເພາະ, ການພັດທະນາເຕີບໃຫຍ່ຂອງປະຊາຄົມຫວຽດນາມ ຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ເວົ້າລວມ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມພິທີເປີດສະເໜີຕົວສະຫະສະມາຄົມວິສາຫະກິດຫວຽດນາມ ຢູ່ ສ.ເກົາຫຼີ (BAViK). ພາບ: dangcongsan.v

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກວ່າ ປະຊາຄົມວິສາຫະກິດຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງຍາດແຍ່ງຂຸດຂົນບັນດາທ່າໄດ້ປຽບ, ກາລະໂອກາດຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຍູ້ແຮງການຕິດພັນກັບວິສາຫະກິດພາຍໃນປະເທດ, ສາມັກຄີ, ພ້ອມກັນພັດທະນາໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາລວມຂອງປະເທດ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ.

ຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການໂອ້ລົມສົນທະນາກັບບັນດາກຸ່ມປັນຍາຊົນ ແລະນັກວິທະຍາສາດໜຸ່ມຫວຽດນາມ ຢູ່ ສ.ເກົາຫຼີ,

ຕອນບ່າຍວັນທີ 30 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການເຮັດວຽກກັບທ່ານປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) Chang Won Sam ແລະໄດ້ໃຫ້ການຕ້ອນຮັບທ່ານ Lee Shin Jae ປະທານສະມາຄົມມິດຕະພາບ ສ.ເກົາຫຼີ-ຫວຽດນາມ.

ໂດຍ: ທະນາພອນ