leftcenterrightdel
ຜູ້ແທນຢ້ຽມຊົມຮ້ານວາງສະແດງ. ພາບ: ບິກເຈີມ

ເຫດການດັ່ງກ່າວມີເກືອບ 200 ຮ້ານວາງສະແດງຂອງສະຫະກອນ, ກຸ່ມສະຫະກອນ, ຮາກຖານຜະລິດ, ຄອບຄົວຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງຢູ່ນະຄອນໂຮ່ຈີມິນ ແລະເກືອບ 20 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ. ຜະລິດຕະພັນທີ່ວາງສະແດງສຸມໃສ່ອາຫານປຸງແຕ່ງ, ສິນຄ້າຫັດຖະກຳ, ອຸດສາຫະກໍາ,...

ເຫດການດຳເນີນຮອດວັນທີ 20 ພຶດສະພາ, ເພື່ອແນໃສ່ໜູນຊ່ວຍບັນດາໝູ່ຄະນະ, ຄອບຄົວຊາວກະສິກອນທັງແນະນຳ ແລະໂຄສະນາຜະລິດຕະພັນ, ທັງຊຸກຍູ້ການຄ້າ, ເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ, ຮ່ວມມືຜະລິດ ແລະຈຳໜ່າຍຜະລິດຕະພັນ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດ, ບັດປະກັນສຸຂະພາບ 15 ບັດ, ປຶ້ມປະກັນສັງຄົມແບບສະໝັກໃຈ 11 ຫົວໃຫ້ສະມາຊິກ ແລະຊາວກະສິກອນທີ່ປະສົບກັບຄວາມຫຍຸ້ງຍາກ.

ໂດຍ: ໄຊນີດາ