ໃນຂອບເຂດກອງປະຊຸມປະຈຳປີລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ທ່ານ Paulo Medas, ຫົວໜ້າຄະນະໃຫ້ຄຳປຶກສາ ແລະຕິດຕາມກວດກາເສດຖະກິດມະຫາພາກ ຫວຽດນາມ ຂອງ IMF, ເນັ້ນໜັກວ່າ: ຫວຽດນາມ ແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ (FDI).

leftcenterrightdel
ພາບປະກອບ:  ສໍານັກຂ່າວສານຫວຽດນາມ

ນີ້ແມ່ນໝາກຜົນຂອງເລື່ອງ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບ, ພື້ນຖານເສດຖະກິດເຕີບໂຕສູງ, ຕະຫຼາດພາຍໃນໃຫຍ່ ແລະມີແຫຼ່ງຊັບພະຍາກອນມະນຸດໜຸ່ມ. ເພື່ອຮັກສາໄດ້ກຳລັງດຶງດູດນີ້, ຫວຽດນາມ ຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫຼຸດຜ່ອນລະບຽບການບໍລິຫານ, ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພະລັງງານສະອາດ ແລະຍູ້ແຮງນະວັດຕະກຳ.

ໂດຍ: ກວຽດເຕິມ