leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະບັນດາຜູ້ແທນອອກຄຳສັ່ງເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ຮືວງີ້ -ຈີ ລັງ. ພາບ: ຕ໊ວນລີງ

ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງດ່ານຊາຍແດນ ຮືວງີ້ - ຈີລັງ ໄດ້ຮັບການລົງທຶນຕາມຮູບການ BOT (ການກໍ່ສ້າງ - ການເຄື່ອນໄຫວ - ຖ່າຍທອດ), ມີລວງຍາວເກືອບ 60 ກິໂລແມັດ ດ້ວຍເງິນລົງທຶນກໍ່ສ້າງທັງໝົດແມ່ນກວ່າ 11.000 ຕື້ດົ່ງ (ປະມານ 430 ລ້ານໂດລາສະຫະລັດ). ຄາດວ່າ, ໂຄງການຈະສຳເລັດໃນປີ 2026.

leftcenterrightdel
 ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່າວຄໍາເຫັນທີ່ເຫດການ. ພາບ: ຕ໊ວນລີງ

ກ່າວຄໍາເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກວ່າ ການພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝແມ່ນໜຶ່ງໃນສາມບາດກ້າວບຸກທະລຸຍຸດທະສາດເຊິ່ງພັກ, ລັດ ເອົາໃຈໃສ່ເປັນພິເສດໃນການຊີ້ນຳປະຕິບັດ. ໂຄງການເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ຮືວງີ້-ຈີລັງ ໄດ້ເປີດຂົງເຂດພັດທະນາໃໝ່, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດລະຫວ່າງເຂດພູດອຍທາງພາກເໜືອກັບເຂດທົ່ງພຽງແມ່ນໍ້າແດງ; ເຊື່ອມຕໍ່ 2 ແລວເສດຖະກິດ: ໜານໜິງ - ລ້າງເຊີນ - ຮ່າໂນ້ຍ - ຫາຍຟ່ອງ ແລະລ້າງເຊີນ - ຮ່າໂນ້ຍ - ໂຮ່ຈີມິນ - ມົກບ່າຍ; ແມ່ນປະຕູສຳຄັນເພື່ອເຊື່ອມຕໍ່ບັນດາປະເທດອາຊຽນ ກັບຈີນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຮຽກຮ້ອງໃຫ້ກະຊວງແຜນການ ແລະການລົງທຶນ, ກະຊວງຄົມມະນາຄົມຂົນສົ່ງ ແລະບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແຂວງລ້າງເຊີນ ເພື່ອໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ຄວາມຄືບໜ້າໂຄງການ, ຮັບປະກັນເປົ້າໝາຍຄຸນນະພາບ, ຄວາມຄືບໜ້າ, ຄວາມປອດໄພ ແລະປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ