ຫວ່າງແລ້ວນີ້, ຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ, ທ່ານພັນເອກພິເສດ ຫວູວັນຮືງ, ຮອງຫົວໜ້າກົມຄຸ້ມຄອງການເຂົ້າ-ອອກເມືອງ, ກະຊວງຕຳຫຼວດ ແລະທ່ານ Michael Tomlinson ຮອງລັດຖະມົນຕີກະຊວງພາຍໃນຮັບຜິດຊອບປ້ອງກັນ, ຕ້ານການອົບພະຍົບຜິດກົດໝາຍໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການອົບພະຍົບຜິດກົດໝາຍ, ຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືທີ່ແໜ້ນແຟ້ນລະຫວ່າງສອງປະເທດ.

leftcenterrightdel
ເຮືອບັນທຸກຜູ້ອົບພະຍົບຂ້າມຊ່ອງແຄບ Manche ໄປຫາຝັ່ງທະເລທາງພາກໃຕ້ຂອງອັງກິດ, ວັນທີ 18 ກໍລະກົດ 2023. ພາບ: AFP/ສໍານັກຂ່າວສານຫວຽດນາມ

ຕາມຂໍ້ຕົກລົງແລ້ວ, ຫວຽດນາມ ແລະອັງກິດ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນການສື່ສານແນໃສ່ກ່າວເຕືອນຄວາມສ່ຽງຈາກການອົບພະຍົບ ໄປອັງກິດ ຜິດກົດໝາຍ. ສອງຝ່າຍກໍ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານແນໃສ່ສະກັດກັ້ນການສວຍໃຊ້ວີຊາ ແລະສືບຕໍ່ສ້າງຄວາມສະດວກໃຫ້ການກັບຄືນປະເທດຂອງຜູ້ອົບພະຍົບທີ່ບໍ່ມີເງື່ອນໄຂ ຢູ່ອັງກິດ ຢ່າງຖືກຕ້ອງຕາມກົດໝາຍ.

ນອກຈາກນັ້ນ, ສອງຝ່າຍກໍ່ຈະສ້າງແຜນການດໍາເນີນງານຮ່ວມແນໃສ່ປົກປ້ອງຜູ້ຖືກສ່ຽງໄພສູງກວ່າ ແລະສະກັດກັ້ນການຄ້າມະນຸດ, ພ້ອມທັງສືບຕໍ່ຮັກສາກົນໄກ ແລະການຕິດຕໍ່ສື່ສານແບ່ງປັນຂໍ້ມູນຂ່າວສານໂດຍກົງ ແລະມີປະສິດທິຜົນ. ຂໍ້ຕົກລົງດັ່ງກ່າວລວມມີການຮ່ວມມືລະຫວ່າງສອງປະເທດແນໃສ່ຊຸກຍູ້ການອົບພະຍົບໄປ ອັງກິດ ຢ່າງຖືກຕ້ອງຕາມກົດໝາຍ.

ໂດຍ: ເຈິ່ນຮວ່ຽນ