ທ່ານ ຫງວຽນທຽນວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ; ທ່ານ Madan Mohan Sethi, ຫົວໜ້າກົງສູນໃຫຍ່ອິນເດຍ ປະຈຳນະຄອນໂຮ່ຈີມິນ ໄດ້ເປັນປະທານຮ່ວມກອງປະຊຸມ.

ນີ້ແມ່ນກອງປະຊຸມເຊື່ອມຕໍ່ວິສາຫະກິດ ແລະທ້ອງຖິ່ນຂອງ ອິນເດຍ ກັບບັນດາແຂວງທີ່ຢູ່ເຂດໄຕງວຽນ ການຈັດຕັ້ງກອງປະຊຸມນີ້ຢູ່ແຂວງ ດັກລັກ ມີຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນ. ຈາກກອງປະຊຸມຄັ້ງນີ້, ບັນດາທ້ອງຖິ່ນ, ວິສາຫະກິດຢູ່ເຂດໄຕງວຽນ ແລະ ອິນເດຍ ຈະເພີ່ມທະວີການຮ່ວມມື, ຍູ້ແຮງການແລກປ່ຽນການຄ້າໃນຂົງເຂດ: ການລົງທຶນ, ການຄ້າ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການທ່ອງທ່ຽວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໂດຍຄະນະກຳມະການປະຊາຊົນແຂວງ ດັກລັກ ສົມທົບກັນຈັດຕັ້ງ. ພາບ: ບິ່ງດິ້ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນທຽນວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ຢືນຢັນວ່າ: ໃນຊຸມປີຜ່ານມາ, ແຂວງ ດັກລັກ ໄດ້ຍູ້ແຮງການຮ່ວມມື, ແລກປ່ຽນການຄ້າກັບບັນດາທ້ອງຖິ່ນ, ວິສາຫະກິດຂອງອິນເດຍ, ໂດຍຜ່ານການໜູນຊ່ວຍຈາກສະຖານກົງສູນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈີມິນ.

ໃນຂອບເຂດຂອງກອງປະຊຸມ, ໄດ້ດຳເນີນບາງວາລະປຶກສາຫາລື, ສົ່ງເສີມການຮ່ວມມືລົງທຶນ, ຄື: ສະພາບການເຈລະຈາ ເພື່ອສົ່ງອອກໝາກຖົ່ວລຽນໄປຍັງຕະຫຼາດອິນເດຍ; ຄວາມສາມາດບົ່ມຊ່ອນຂອງຕະຫຼາດອິນເດຍ ແລະຂໍ້ກຳນົດກ່ຽວກັບການນໍາເຂົ້າໝາກຖົ່ວລຽນເຂົ້າອິນເດຍ; ສະພາບການລົງທຶນຂອງອິນເດຍ ເຂົ້າຫວຽດນາມ ແລະບາງຂໍ້ສະເໜີແນະໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ; ສະພາບການຜະລິດ ແລະບໍລິໂພກໝາກຖົ່ວລຽນຢູ່ແຂວງ ດັກລັກ.

ທີ່ກອງປະຊຸມ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ປະກາດ ແລະມອບບົດບັນທຶກຊ່ວຍຈຳການຮ່ວມມືໃຫ້ບັນດາວິສາຫະກິດອິນເດຍ; ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງສະຖານກົງສູນໃຫຍ່ອິນເດຍ ປະຈຳນະຄອນໂຮ່ຈີມິນ ກ່ຽວກັບການປະກອບສ່ວນເພີ່ມທະວີການຮ່ວມມືພັດທະນາລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດອິນເດຍ ກັບ ແຂວງ ດັກລັກ.

ໂດຍ: ຈາງຫງວຽນ