ການຜ່າຕັດດັ່ງກ່າວໄດ້ດໍາເນີນໄປຕາມຂັ້ນຕອນດ້ານເຕັກນິກ,  ໂດຍທີມເຕັກນິກຂອງລາວ ພາຍໃຕ້ການແນະນໍາຂອງນັກຊ່ຽວຊານຫວຽດນາມ. ວັນທີ 9 ເມສາ, ສຸຂະພາບຂອງຄົນເຈັບເປັນປົກກະຕິ, ໝາກໄຂ່ຫຼັງຂອງເຂົາເຈົ້າກໍ່ເຄື່ອນໄຫວເປັນປົກກະຕິດີ ແລະກໍ່ໄດ້ອອກຈາກໂຮງໝໍ. ບັນດານັກຊ່ຽວຊານຫວຽດນາມ ໄດ້ຕີລາຄາວ່າ ທີມເຕັກນິກຂອງປະເທດເພື່ອນເປັນເຈົ້າການໃນບາງຂັ້ນຕອນຜ່າຕັດປ່ຽນໝາກໄຂ່ຫຼັງ ທີ່ເປັນພື້ນຖານແລ້ວ; ສູ້ຊົນຮອດທ້າຍປີ 2024 ສາມາດເປັນເຈົ້າການໃນຂັ້ນຕອນຜ່າຕັດປ່ຽນໝາກໄຂ່ຫຼັງຢ່າງຮອບດ້ານ.

leftcenterrightdel
ນັກຊ່ຽວຊານໂຮງໝໍກອງທັບ 103 ຖ່າຍທອດເຕັກນິກການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ບັນດາທ່ານໝໍໂຮງໝໍສູນກາງ 103, ກອງທັບປະຊາຊົນລາວ. ພາບ: qdnd.vn

ກ່ອນໜ້ານັ້ນ, ໃນປີ 2022, ບັນດານັກຊ່ຽວຊານຈາກໂຮງໝໍກອງທັບ 103, ວິທະຍາຄານການແພດກອງທັບຫວຽດນາມ ໄດ້ໜູນຊ່ວຍໂຮງໝໍສູນກາງ 103, ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງພາຍໃນກະໂຕຄົນ 2 ກໍລະນີທຳອິດຢູ່ລາວ ສຳເລັດຜົນ. ເຫດການນີ້ເປັນບາດລ້ຽວປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ຂະແໜງຜ່າຕັດປ່ຽນອະໄວຍະວະພາຍໃນຄົນຢູ່ ລາວ ເວົ້າສະເພາະ ແລະຂະແໜງສາທາລະນະສຸກຂອງລາວ ເວົ້າລວມ. ສືບຕໍ່ຜົນສຳເລັດນັ້ນ, ປີ 2023, ໂຮງໝໍກອງທັບ 103, ວິທະຍາຄານການແພດກອງທັບຫວຽດນາມ ສືບຕໍ່ໜູນຊ່ວຍໂຮງໝໍສູນກາງ 103, ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງ 9 ຄູ່ໄດ້ສຳເລັດຜົນ. ເລື່ອງເປັນເຈົ້າການເຕັກນິກການຜ່າຕັດປ່ຽນໝາກໄຂ່ຫຼັງ ຈະເປີດໂອກາດໃຫ້ຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງໄດ້ຮັບການຜ່າຕັດໝາກໄຂ່ຫຼັງຢູ່ລາວ, ຊ່ວຍໃຫ້ຂະແໜງປ່ຽນອະໄວຍະວະພາຍໃນຄົນ ຂອງລາວ ເຂົ້າເຖິງລະດັບບັນດາປະເທດໃນພາກພື້ນເທື່ອລະກ້າວ.

ໂດຍ: ທະນາພອນ