ທີ່ປ້ອມຕຳຫຼວດ ໂກຕາຍ, ຕາວາງ ແລະບັນດາກອງຮ້ອຍທະຫານຊາຍແດນ 531, 511, 514 ຂຶ້ນກັບ 2 ແຂວງ ເຊກອງ ແລະສາລະວັນ (ລາວ), ທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ແລະຄະນະປະຕິບັດງານໄດ້ມອບຂອງຂວັນ ແລະສົ່ງຄຳອວຍພອນທີ່ດີງາມມາຍັງພະນັກງານ-ນັກຮົບບັນດາກຳລັງປະກອບອາວຸດ ແລະປະຊາຊົນເຂດຊາຍແດນແຂວງເຊກອງ ແລະແຂວງສາລະວັນ (ລາວ) ເນື່ອງໃນໂອກາດບຸນປີໃໝ່.

leftcenterrightdel
ມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: sggp.org.vn

ເນື່ອງໃນໂອກາດນີ້, ການນຳແຂວງເທື່ອທຽນເຫ້ວ ໄດ້ລົງຢ້ຽມຢາມ, ອວຍພອນ ແລະມອບຂອງຂວັນປີໃໝ່ 130 ພູດ ໃຫ້ປະຊາຊົນບ້ານກະໂລ, ເມືອງກະລືມ, ແຂວງເຊກອງ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ມອບຂອງຂວັນໃຫ້ປະຊາຊົນບ້ານກະໂລ ແລະ ອບຂອງຂວັນໜູນຊ່ວຍທ້າວ ອາດຽກ ໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”. ພາບ: sggp.org.vn

ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ກໍ່ມອບຂອງຂວັນໃຫ້ປະຊາຊົນບ້ານກະໂລ ແລະມອບຂອງຂວັນໜູນຊ່ວຍທ້າວ ອາດຽກ ໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”.

ໂດຍ: ທະນາພອນ