leftcenterrightdel
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ພ້ອມກັບຜູ້ຕາງໜ້າ WIPO. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 9 ເມສາ, ຢູ່ເຊີແນວ, ປະເທດສະວິດ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບກົມອາຊີ-ປາຊີຟິກ, ອົງການຊັບສິນທາງປັນຍາໂລກ (WIPO). ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ຢືນຢັນຄວາມສຳຄັນຂອງຂົງເຂດຊັບສິນທາງປັນຍາທີ່ມີຕໍ່ການພັດທະນາເສດຖະກິດ ແລະເນັ້ນໜັກເຖິງຄວາມສົນໃຈຂອງລັດຖະບານຫວຽດນາມ ສຳລັບຊັບສິນທາງປັນຍາ, ພິເສດໃນສະພາບຫວຽດນາມ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເລື່ອງນຳໃຊ້ເຕັກໂນໂລຊີໃໝ່ແມ່ນມາດຕະການແກ້ໄຂສຳຄັນ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊແນວ ກັບ WIPO ແລະປາດຖະໜາວ່າ, WIPO ສືບຕໍ່ໜູນຊ່ວຍຫວຽດນາມ ໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຊັບສິນທາງປັນຍາ.

ສ່ວນທ່ານ Andrew Ong, ຫົວໜ້າກົມອາຊີ-ປາຊີຟິກຂອງ WIPO ໃຫ້ຮູ້ວ່າ WIPO ຖືເປັນສຳຄັນການເຄື່ອນໄຫວຮ່ວມມືກັບຫວຽດນາມ ແລະຖືວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວນະວັດຕະກໍາ ກໍຄືໜູນຊ່ວຍວິສາຫະກິດຂະໜາດກາງ ແລະນ້ອຍໂດຍແມ່ນຍິງເປັນເຈົ້າ.

ໂດຍ: ກວ໊ຽດເຕິມ