ວິສາຫະກິດເອີຣົບ ມີຄວາມເຊື່ອໝັ້ນຕໍ່ຕະຫຼາດຫວຽດນາມ. ນັ້ນແມ່ນການໃຫ້ຂໍ້ສັງເກດທີ່ໄດ້ຍົກອອກໃນບົດລາຍງານດັດຊະນີ ຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ຂອງສະມາຄົມວິສາຫະກິດ ເອີຣົບ (EuroCham) ປະກາດໃນວັນທີ 8 ເມສາ.

ຕາມ EuroCham ແລ້ວ, ດັດຊະນີ BCI ຂອງບັນດາວິສາຫະກິດເອີຣົບ ຢູ່ຫວຽດນາມ ໃນໄຕມາດ 1 ປີ 2024 ບັນລຸ 52,8 ຄະແນນ ແລະນີ້ເປັນລະດັບສູງສຸດນັບແຕ່ປີ 2022 ມາຮອດປະຈຸບັນ.   ຕາມຜົນສຳຫຼວດດັດຊະນີ BCI  ໄດ້ສະແດງໃຫ້ເຫັນວ່າ, ການເຕີບໂຕເສດຖະກິດຫວຽດນາມ ໄດ້ຊຸກຍູ້ວິສາຫະກິດເອີຣົບມີຄວາມປະເອີບໃຈ. ພິເສດ, ດັດຊະນີ BCI ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມເຊື່ອໄວ້ເນື້ອເຊື່ອໃຈຢ່າງແຂງແຮງຕໍ່ພື້ນຖານເສດຖະກິດຫວຽດນາມ ທີ່ນັບມື້ນັບເພີ່ມຂຶ້ນໃນປະຊາຄົມວິສາຫະກິດເອີຣົບ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ກໍ່ຕາມບົດລາຍງານແລ້ວ, ມີ 40% ວິສາຫະກິດເອີຣົບ ທີ່ມີແຜນການເພີ່ມກຳລັງແຮງງານໃນໄຕມາດທີ II ຢູ່ຫວຽດນາມ; 71% ວິສາຫະກິດເອີຣົບ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການເຄື່ອນໄຫວໄລຍະຍາວຢູ່ ຫວຽດນາມ ໃນໄລຍະ 5 ປີ ຈະມາເຖິງ... ບົດລາຍງານດັ່ງກ່າວໄດ້ອະທິບາຍກ່ຽວກັບເລື່ອງດັດຊະນີຄວາມເຊື່ອໝັ້ນນີ້ວ່າ ແມ່ນຍ້ອນລະດັບການເຕີບໂຕເສດຖະກິດມີສະຖຽນລະພາບ ແລະກໍາລັງແຮງງານທີ່ມີສີມືສູງຂອງຫວຽດນາມ.

ທ່ານ Dominik Meichle ປະທານ EuroCham ແບ່ງປັນວ່າ  ສັນຍານທີ່ຕັ້ງໜ້າຂອງດັດຊະນີ BCI ໄດ້ສະແດງໃຫ້ເຫັນວ່າ ທັດສະນະຂອງປະຊາຄົມວິສາຫະກິດເອີຣົບ ກ່ຽວກັບ ຫວຽດນາມ ຍັງເປັນຕະຫຼາດທີ່ຂະຫຍັນຂັນເຄື່ອນ ດ້ວຍແງ່ຫວັງການເຕີບໂຕທີ່ດີ. ດັດຊະນີນີ້ ອີກເທື່ອໜຶ່ງໄດ້ເພີ່ມຂຶ້ນສູງກວ່າລະດັບ 50 ຄະແນນ ໄດ້ຢືນຢັນຄວາມດຶງດູດ, ກໍ່ຄືຄວາມມານະພະຍາຍາມຢ່າງຕໍ່ເນື່ອງ ເພື່ອຍົກສູງສະຖຽນລະພາບ ແລະຄວາມສາມາດແກ່ງແຍ້ງທົ່ວໂລກຂອງຫວຽດນາມ.

ໂດຍ: ທະນາພອນ