ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຊົມເຊີຍບົດບາດສຳຄັນ ແລະການຮ່ວມມືຢ່າງມີປະສິດທິຜົນຂອງ UNICEF ໃນການເບິ່ງແຍງດູແລ, ສຶກສາ, ປົກປ້ອງ ແລະ ຊຸກຍູ້ສິດຂອງເດັກນ້ອຍຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ UNICEF ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ໃນການລະດົມແຫຼ່ງກຳລັງ, ສ້າງນະໂຍບາຍ, ຊຸກຍູ້ບັນດາໂຄງການຮ່ວມມືລະອຽດ ແລະແທດຈິງ ເພື່ອແນໃສ່ຜັນຂະຫຍາຍຜົນຂອງການພົບປະລະຫວ່າງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ແລະທ່ານນາງ Catherine Russell ຜູ້ອໍານວຍການບໍລິຫານ UNICEF ຢູ່ນິວຢອກ ໃນເດືອນມີນາ 2024 ຜ່ານມາ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຕ້ອນຮັບທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ ກອງທຶນເພື່ອເດັກ ສປຊ (UNICEF) ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Rana Flowers ໃຫ້ຮູ້ວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງບັນລຸໄດ້ຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມ ເປັນໜ້າເອກອ້າງທະນົງໃຈ, ພິເສດແມ່ນໃນການຜັນຂະຫຍາຍປະຕິບັດນະໂຍບາຍບຸລິມະສິດ ກ່ຽວກັບການເບິ່ງແຍງດູແລ ແລະປົກປ້ອງເດັກນ້ອຍ. UNICEF ຊົມເຊີຍຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບມະຕິໃນວັນລະຫຼິ້ນສາກົນ ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາເມື່ອບໍ່ດົນມານີ້, ຖືນີ້ແມ່ນການປະກອບສ່ວນທີ່ແທດຈິງ ແລະມີຄວາມໝາຍຕໍ່ກັບເປົ້າໝາຍລວມ ຂອງປະຊາຄົມສາກົນ ກ່ຽວກັບການພັດທະນາຮອບດ້ານຂອງເດັກນ້ອຍ. ທ່ານນາງ Flowers ຢືນຢັນວ່າ UNICEF ຍາມໃດກໍ່ຕີລາຄາສູງການພົວພັນກັບ ຫວຽດນາມ ແລະ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍການຜັນຂະຫຍາຍບຸລິມະສິດຂອງຫວຽດນາມ ໃນຂົງເຂດສຳຄັນດັ່ງກ່າວ.

ໂດຍ: ທູຈາງ