ລັດຖະມົນຕີສອງທ່ານໄດ້ລົງນາມໃນສັນຍາການຄ້າຫວຽດນາມ-ລາວ ສະບັບໃໝ່ ແລະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືຈຳນວນໜຶ່ງລະຫວ່າງສອງປະເທດ. ຂໍ້ມູນທີ່ການພົບປະເຈລະຈາໄດ້ສະແດງໃຫ້ເຫັນວ່າ ແຕ່ປີ 2012 ມາຮອດປະຈຸບັນ, ການເຕີບໂຕຂອງວົງເງິນການຄ້າລະຫວ່າງສອງປະເທດບັນລຸ 10-15%/ປີ (ຍົກເວັ້ນໄລຍະແຜ່ລະບາດຂອງພະຍາດໂຄວິດ-19). ເຖິງຢ່າງໃດກໍ່ຕາມ, ຄິດໄລ່ຮອດປີ 2023, ວົງເງິນການຄ້າຫວຽດນາມ-ລາວ ຫາກໍ່ບັນລຸ 1,65 ຕື້ໂດລາສະຫະລັດ, ພຽງແຕ່ເທົ່າກັບ 10% ຂອງວົງເງິນການຄ້າຕ່າງປະເທດຂອງລາວ ແລະ 0,2% ຂອງວົງເງິນການຄ້າຕ່າງປະເທດຂອງຫວຽດນາມ ທັງໝົດ, ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນແບບພິເສດລະຫວ່າງຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: ງອັກແອງ

ກ່ອນໜ້ານັ້ນ, ໃນເດືອນ ມີນາ 2015, ສອງຝ່າຍໄດ້ລົງນາມໃນສັນຍາການຄ້າຫວຽດນາມ - ລາວ ຢ່າງເປັນທາງການ, ໄດ້ສ້າງເງື່ອນໄຂສະດວກ ເພື່ອເພີ່ມທະວີການແລກປ່ຽນການຄ້າລະຫວ່າງສອງປະເທດ. ແຕ່ວ່າ, ພາຍຫຼັງການປະຕິບັດ, ສັນຍາດັ່ງກ່າວໄດ້ເກີດມີບັນຫາຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ສະນັ້ນ, ການລົງນາມໃນສັນຍາການຄ້າສອງປະເທດຫວຽດນາມ - ລາວ ສະບັບໃໝ່ ຈະສືບຕໍ່ປັບປຸງພື້ນຖານນິຕິກຳໃຫ້ແກ່ການເຄື່ອນໄຫວດ້ານການຄ້າລະຫວ່າງສອງປະເທດ; ການກວດກາຄືນ, ສະເໜີໃຫ້ບຸລິມະສິດອັດຕາພາສີນຳເຂົ້າ ແລະຍົກອອກບຸລິມະສິດກ່ຽວກັບພາສີນຳເຂົ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວນຳເຂົ້າ ແລະສົ່ງອອກສິນຄ້າ ຈະປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າຫວຽດນາມ - ລາວ ຕື່ມອີກ.

ໂດຍ: ໄຊນີດາ