leftcenterrightdel
ສະຖານທີ່ຕັ້ງຮູບປັ້ນ V.I.Lenin ຢູ່ນະຄອນວີງ. ພາບ: vov.vn

ນີ້ແມ່ນກິດຈະກໍາທີ່ເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ, ພ້ອມທັງແມ່ນສັນຍາລັກທາງດ້ານວັດທະນະທຳ, ສິລະປະ, ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງອັນສັກສິດຂອງປະຊາຊົນແຂວງເງະອານ ແລະແຂວງ Ulyanovsk ທີ່ມີຕໍ່ກັນ. ຮູບປັ້ນ V.I.Lenin ໄດ້ສ້າງຕົວເມືອງໃຫ້ສວຍງາມຂຶ້ນຕື່ມ ແລະເປັນຈຸດພົ້ນເດັ່ນໃນເຂດໃຈກາງຂອງນະຄອນວີງ. ການເຄື່ອນໄຫວດັ່ງກ່າວເປັນການປະກອບສ່ວນຮັດແໜ້ນການພົວພັນລະຫວ່າງສອງແຂວງເງະອານ ແລະ Ulyanovsk ໃນບັນດາການເຄື່ອນໄຫວຮ່ວມມືສອງຝ່າຍໃນຂົງເຂດການລົງທຶນ, ການຄ້າ, ສາທາລະນະສຸກ, ການສຶກສາ, ການບຳລຸງສ້າງ, ການທ່ອງທ່ຽວ... ຂຶ້ນຕື່ມ

ກ່ອນໜ້ານັ້ນ, ປີ 2015, ແຂວງເງະອານ ໄດ້ສົມທົບກັບແຂວງ Ulyanovsk ເພື່ອກໍ່ສ້າງອະນຸສາວະລີປະທານ ໂຮ່ຈີມິນ ຢູ່ Ulyanovsk.

ໂດຍ: ທູຈາງ