leftcenterrightdel
ຫຼາຍທ້ອງຖິ່ນຕອບສະໜອງວັນສິນໃນນ້ຳ ຫວຽດນາມ. ພາບ: VOV

ວັນທີ 1 ເມສາ, ຢູ່ຫຼາຍທ້ອງຖິ່ນໄດ້ຈັດການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງສິນໃນນ້ຳຫວຽດນາມ (1-4-1959 / 1-4-2024).

ຕອນເຊົ້າວັນທີ 1 ເມສາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ພ້ອມກັບບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ປ່ອຍສັດນ້ຳລົງແມ່ນ້ຳໄຊງ່ອນ ເພື່ອຟື້ນຟູແຫຼ່ງສິນໃນນ້ຳເພື່ອປົກປັກຮັກສາສິ່ງແວດລ້ອມ.

ຢູ່ແຂວງຊອກຈັງ, ພະແນກກະສິກຳ ແລະພັດທະນາຊົນນະບົດໄດ້ປ່ອຍກຸ້ງມັງກອນພັນຫຼາຍກວ່າ 2 ລ້ານໂຕອອກສູ່ທຳມະຊາດ. ຢູ່ແຂວງ ກ່າເມົາ, ພັນກຸ້ງ, ປູ, ປາພັນຫຼາຍກວ່າ 2 ລ້ານໂຕໄດ້ປ່ອຍລົງທະເລເພື່ອສ້າງແຫຼ່ງສິນໃນນ້ຳ.

ໃນຂະນະນັ້ນ, ຢູ່ແຂວງ ກ໋ວາງນິງ, ຕອນເຊົ້າວັນທີ 1 ເມສາ, ໄດ້ຈັດກອງປະຊຸມ “ພັດທະການລ້ຽງປູກໃນທະເລແບບຍືນຍົງ”. ດ້ວຍຄວາມຫວັງນຳການລ້ຽງປູກຢູ່ທະເລຫວຽດນາມ ບືນຕົວຂຶ້ນໃນລະດັບພາກພື້ນ ແລະໂລກ, ບັນດາບົດຄຳເຫັນທີ່ກອງປະຊຸມໄດ້ສຸມໃສ່ຕີລາຄາກ່ຽວກັບສະພາບຕົວຈິງຂອງການລ້ຽງປູກຢູ່ທະເລຂອງ ຫວຽດນາມ ກໍ່ຄືໃນໂລກມຸ່ງໄປເຖິງເປົ້າໝາຍພັດທະນາຂະແໜງສິນໃນນ້ຳສີຂຽວເວົ້າລວມ ແລະຂະແໜງລ້ຽງປູກຢູ່ທະເລແບບຍືນຍົງເວົ້າສະເພາະ.

ກ່ອນນີ້ 65 ປີ, ວັນທີ 1 ເມສາ 1959, ປະທານໂຮ່ຈີມິນ ໄດ້ຢ້ຽມຢາມໝູ່ບ້ານລ້ຽງປາ ໃນເມືອງ ກາດຫາຍ, ນະຄອນຫາຍຟ່ອງ. ເພື່ອຈົດຈຳເຫດການນີ້, ນາຍົກລັດຖະມົນຕີ ໄດ້ຕັດສິນໃຈຖືເອົາວັນທີ 1 ເມສາ ແຕ່ລະປີແມ່ນວັນມູນເຊື້ອຂອງຂະແໜງສິນໃນນ້ຳຫວຽດນາມ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ