ຕາມທ່ານ ໂດຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລ້ວ, ຂໍ້ລິເລີ່ມໃນການຈັດຕັ້ງເວທີປາໄສອະນາຄົດອາຊຽນ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄດ້ຍົກອອກທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 (ເດືອນ ກັນຍາ 2023).

ນີ້ແມ່ນແນວຄິດໃໝ່ຂອງຫວຽດນາມ ດ້ວຍຄວາມປາດຖະໜາຢາກສ້າງເວທີປາໄສ ເພື່ອພ້ອມກັບບັນດາປະເທດສະມາຊິກ, ເພື່ອນມິດ, ຄູ່ຮ່ວມມືຂອງອາຊຽນ ປະກອບສ່ວນເຂົ້າໃນການຊຸກຍູ້ການກຳນົດເສັ້ນທາງພັດທະນາປະຊາຄົມໃນອະນາຄົດ. ດ້ວຍຫົວຂໍ້ວ່າ “ສ້າງປະຊາຄົມອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”, ເວທີປາໄສອະນາຄົດອາຊຽນ 2024 ຈະໄດ້ຈັດຕັ້ງໃນວັນທີ 23 ເມສາ ຢູ່ຮ່າໂນ້ຍ, ຄາດວ່າຈະມີຜູ້ແທນເຂົ້າຮ່ວມປະຊຸມແບບເຊິ່ງໜ້າປະມານ 200-300 ຄົນ ແລະເຂົ້າຮ່ວມປະຊຸມທາງອອນລາຍຫຼາຍທ່ານ. ເວທີປາໄສໄດ້ຕັ້ງຄວາມຫວັງໄວ້ວ່າ ຈະມີການນຳຂັ້ນສູງ, ລັດຖະມົນຕີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະຄູ່ຮ່ວມມື, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ນັກຮຽນຮູ້ ແລະນັກຊ່ຽວຊານແຖວໜ້າໃນພາກພື້ນເຂົ້າຮ່ວມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວສາກົນໃນຕອນບ່າຍວັນທີ 1 ເມສາ, ຢູ່ຮ່າໂນ້ຍ. ພາບ: qdnd.vn

ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ເນັ້ນໜັກວ່າ: “ພວກຂ້າພະເຈົ້າ ຕັ້ງຄວາມຫວັງໄວ້ວ່າເວທີປາໄສຈະສ້າງຂອບເຂດເພື່ອໃຫ້ທຸກຝ່າຍທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ, ສະໜອງແນວຄວາມຄິດ, ຂໍ້ລິເລີ່ມໃນວິວັດການສ້າງວິໄສທັດອາຊຽນ ຮອດປີ 2045 ແລະປະຕິບັດວິໄສທັດນີ້; ເປັນຕົວແທນໃຫ້ທັດສະນະ ແລະການປະກອບສ່ວນຂອງພາກພື້ນອາຊຽນ ໃນຄວາມມານະພະຍາຍາມເພື່ອກໍານົດທິດພັດທະນາໃນອະນາຄົດຂອງໂລກ; ແມ່ນການປະກອບສ່ວນລະອຽດຂອງພາກພື້ນອາຊຽນ ໃຫ້ແກ່ກອງປະຊຸມສຸດຍອດອະນາຄົດເຊິ່ງສະຫະປະຊາຊາດຈະຈັດຕັ້ງໃນເດືອນກັນຍາປີນີ້. ນີ້ກໍແມ່ນການປະກອບສ່ວນລະອຽດຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມລວມແນໃສ່ມຸ່ງໄປເຖິງການສ້າງປະຊາຄົມອາຊຽນ ຖືປະຊາຊົນເປັນໃຈກາງ, ຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະຍືນຍົງຂອງອາຊຽນ”.

ໂດຍ: ເຈິ່ນຮວ່ຽນ