ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 - 26/3/2024), ຕອນເຊົ້າວັນທີ 26 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມພົບປະສັງສັນ ແລະ ໂອ້ລົມສົນທະນາກັບຊາວໜຸ່ມ. ກອງປະຊຸມມີຫົວຂໍ້ “ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມໃນກິດຈະການຫັນເປັນດີຈີຕອນແຫ່ງຊາດ”. ນີ້ແມ່ນຄັ້ງທີ 2 ທີ່ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມສົນທະນາກັບຊາວໜຸ່ມພາຍຫຼັງກົດໝາຍວ່າດ້ວຍຊາວໜຸ່ມ (ປີ 2020) ຖືກປະກາດໃຊ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຊາວໜຸ່ມທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ແລະການນຳບັນດາກະຊວງ, ຂະແໜງການໄດ້ຕອບຄຳຖາມຂອງຊາວໜຸ່ມກ່ຽວຂ້ອງເຖິງບັນດາບັນຫາຄື: ປົກປ້ອງແຫຼ່ງຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີແນັດ; ວຽກເຮັດງານທຳຕໍ່ໜ້າການພັດທະນາຂອງປັນຍາປະດິດ (AI). ທ່ານນາຍົກລັດຖະມົນຕີ ສະເໜີຊາວໜຸ່ມສຸມໃສ່ປະຕິບັດ 3 ຂະບວນການ, ໃນນັ້ນມີການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຮຽນພາສາຕ່າງປະເທດ.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລັດຖະບານ ຈະມີມາດຕະການຫັນປ່ຽນ, ຫັນຕະຫຼາດແຮງງານເປັນຫຼາຍຮູບຫຼາຍແບບ, ສ້າງການແກ່ງແຍ້ງ, ຮຽກຮ້ອງທຸກຄົນລ້ວນແຕ່ຕ້ອງມານະພະຍາຍາມຫຼາຍກ່ວາອີກ, ໃນນັ້ນຍົກສູງລະດັບ, ກຳລັງຄວາມສາມາດ, ທັກສະ ກ່ຽວກັບການຫັນເປັນດີຈີຕອນໃຫ້ຊາວໜຸ່ມຊົນນະບົດ, ມີນະໂຍບາຍພັດທະນາຫັນເປັນດີຈີຕອນຢູ່ເຂດຊົນນະບົດ…

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ຫາກໍ່ໄດ້ຈຳໜ່າຍຫວ່າງແລ້ວນີ້ ເຖິງສະມາຊິກຊາວໜຸ່ມ, ໄວໜຸ່ມໃນທົ່ວປະເທດ.

ໂດຍ: ກວຽດເຕິມ