ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີປະກາດແຜນຜັງ ແລະສົ່ງເສີມການລົງທຶນຢູ່ແຂວງ ຟູອຽນ
ກປ.ອອນໄລ - ວັນທີ 3 ມີນາ, ຢູ່ນະຄອນ ຕຸຍຮວ່າ (ແຂວງ ຟູອຽນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມກອງປະຊຸມປະກາດແຜນຜັງ ແລະສົ່ງເສີມການລົງທຶນຂອງແຂວງ ຟູອຽນ ໃນປີ 2024. ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ການນຳຂອງບາງຄະນະກໍາມະການ, ອົງການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ.
ແຜນຜັງແຂວງຟູອຽນ ໄດ້ກຳນົດຢ່າງຈະແຈ້ງວ່າຮອດປີ 2030, ຟູອຽນ ຈະກາຍເປັນແຂວງທີ່ພັດທະນາຕາມທິດທັນສະໄໝ ແລະແບບຍືນຍົງ; ຮອດປີ 2035, ຟູອຽນ ຈະສາມາດຮັບປະກັນຄວາມດຸ່ນດ່ຽງດ້ານງົບປະມານແຫ່ງລັດ ແລະວິໄສທັດຮອດປີ 2050, ຟູອຽນ ຈະກາຍເປັນແຂວງທີ່ມີພື້ນຖານເສດຖະກິດທີ່ຫຼາຍຮູບຫຼາຍແບບ ແລະມີຄວາມຈະເລີນຮຸ່ງເຮືອງ, ເປັນໃຈກາງເສດຖະກິດທາງທະເລຂອງເຂດແຄມທະເລພາກກາງ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍການນຳແຂວງຟູອຽນ ທີ່ຮັບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຜັງແຂວງຟູອຽນ ໄລຍະ 2021-2030, ວິໄສທັດຮອດປີ 2050. ພາບ: ເລິມຫຽນ |
ແຜນຜັງອີງຕາມລັກສະນະຈຳເພາະຂອງແຂວງກ່ຽວກັບຊັບພະຍາກອນທຳມະຊາດ ແລະວັດທະນະທຳ ເພື່ອສ້າງພື້ນຖານໃຫ້ແກ່ບາດກ້າວບຸກທະລຸ ແລະບຸລິມະສິດ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນການພັດທະນາບຸກທະລຸເຂດແຄມທະເລ. ຕາມແຜນຜັງນີ້, ມີ 3 ເຂດຈຸດສຸມໃນການພັດທະນາ, ໃນນັ້ນມີ: ເຂດຈຸດສຸມພາກເໜືອ: ພັດທະນາການທ່ອງທ່ຽວ ແລະເສດຖະກິດທະເລ. ເຂດຈຸດສຸມທາງພາກໃຕ້: ພັດທະນາໂລຫະ, ການກັ່ນຕອງ, ນ້ຳມັນເຊື້ອໄຟ, ເຄມີການຢາ, ຂະແໜງພະລັງງານສະອາດ, ຜະລິດຕະພັນທີ່ຕິດພັນກັບເຕັກໂນໂລຊີດີຈີຕອນ, ອຸດສາຫະກຳປຸງແຕ່ງປະດິດສ້າງ, ທ່າກຳປັ່ນ... ເຂດຈຸດສຸມທິດຕາເວັນຕົກ: ການພັດທະນາການຄ້າບໍລິການ, ກະສິກຳເຕັກໂນໂລຊີສູງ, ເຂດວັດຖຸດິບຕິດພັນກັບໂຮງງານປຸງແຕ່ງ...
ເພື່ອດຶງດູດນັກລົງທຶນໃຫຍ່, ຍຸດທະສາດ, ຟູອຽນ ຈະສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂ ຄື: ການປະຕິຮູບດ້ານການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຮັບປະກັນຄວາມຄົບຊຸດ, ສະເໝີຕົ້ນສະເໝີປາຍ, ເປີດເຜີຍ, ໂປ່ງໃສ ແລະຍົກອັນດັບບັນດາດັດຊະນີຂອງແຂວງໃຫ້ຢູ່ໃນກຸ່ມທີ່ດີຂອງທົ່ວປະເທດ. ແຂວງກໍ່ຈະປ່ຽນແປງໃໝ່ວຽກງານສົ່ງເສີມການລົງທຶນຕາມທິດເປັນເຈົ້າການ, ຊອກຫາ ແລະເຊື້ອເຊີນບັນດານັກລົງທຶນໃຫຍ່, ຍຸດທະສາດທັງພາຍໃນ ແລະຕ່າງປະເທດຢ່າງຮອບດ້ານ; ສຸມໃສ່ລົງທຶນປັບປຸງພື້ນຖານໂຄງລ່າງໃຫ້ຄົບຊຸດ...
ນອກນີ້, ຟູອຽນ ຈະຍົກສູງຄຸນນະພາບຊັບພະຍາກອນມະນຸດ, ພິເສດແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ໂດຍ: ທະນາພອນ