leftcenterrightdel
ພາບປະກອບ: hanoimoi.com.vn

ເຂົ້າຮ່ວມກອງປະຊຸມ, ຫວຽດນາມ ໄດ້ຍົກອອກຂໍ້ສະເໜີກ່ຽວກັບບຸລິມະສິດ ແລະການກະທຳໃນ 5 ຂົງເຂດຕົ້ນຕໍ, ໃນນັ້ນມີ: ການຕ້ານການຮົ່ວໄຫຼ ແລະຟຸມເຟືອຍຂອງສະບຽງອາຫານ; ການຫັນປ່ຽນອາຊີບຂຸດຄົ້ນ ແລະລ້ຽງປູກສິນໃນນ້ຳຕາມທິດຍືນຍົງ, ເພີ່ມທະວີຄວາມສາມາດຕ້ານທານໂດຍຜ່ານການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ. ຫວຽດນາມ ປະຕິບັດຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຕັ້ງໜ້າໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກຜ່ານການຮັກສາການສົ່ງອອກເຂົ້າສານ ກໍ່ຄືບັນດາຜະລິດຕະພັນກະເສດອື່ນຢ່າງເປັນປົກກະຕິ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ ແລະພວມຊຸກຍູ້ຜັນຂະຫຍາຍແຜນການກະທຳລະດັບຊາດກ່ຽວກັບການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະຍືນຍົງ ຮອດປີ 2030.

ກອງປະຊຸມ APRC-37 ວາງເປົ້າໝາຍຊຸກຍູ້ວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານໃນທົ່ວພາກພື້ນໃນສະພາບທີ່ວິກິດການເສດຖະກິດ ແລະດິນຟ້າອາກາດກຳລັງກີດຂວາງການບັນລຸເປົ້າໝາຍພັດທະນາແບບຍືນຍົງ (SDG), ພິເສດແມ່ນເປົ້າໝາຍຢຸດຕິໄພອຶດຫິວ, ທຸກຍາກ ແລະຫຼຸດຜ່ອນຄວາມບໍ່ສະເໝີພາບ.

ໂດຍ: ເຈິ່ນຮວ່ຽນ