ໃນບົດຂຽນ, ນັກຂຽນ Daniel Schramm ໄດ້ແນະນຳປະເທດຫວຽດນາມ ເຊິ່ງເປັນທີ່ຮູ້ຈັກດ້ວຍທິວທັດທີ່ສວຍງາມ, ນະຄອນທີ່ມີລັກສະນະປະຫວັດສາດ ແລະມີອາຫານທີ່ແຊບນົວເຮັດໃຫ້ຫຼາຍຄົນຫຼົງໄຫຼ. ນອກຈາກສະຖານທີ່ທ່ອງທ່ຽວທີ່ຫຼາຍຄົນຮູ້ຈັກແລ້ວ, ຍັງມີສະຖານທີ່ທ່ອງທ່ຽວຊ້ອນແຝງຫຼາຍແຫ່ງ ແລະສິ່ງມະຫັດສະຈັນທໍາມະຊາດ ເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຢາກຄົ້ນຫາ.

ກ່ອນອື່ນໝົດແມ່ນປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ ໄດ້ຮັບການຮັບຮອງຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທຳຂອງສະຫະປະຊາຊາດ (UNESCO) ເປັນມໍລະດົກທຳມະຊາດໂລກ. ມໍລະດົກໂລກແຫ່ງນີ້ຕັ້ງຢູ່ພາກກາງຂອງຫວຽດນາມ, ແມ່ນສະຖານທີ່ທ່ອງທ່ຽວສຳລັບຜູ້ທີ່ມັກຮັກການຄົ້ນຫາແບບພະຈົນໄພ ແລະມັກຮັກທຳມະຊາດ, ໃນນັ້ນມີຖ້ຳ ເຊີນດ່ອງ ທີ່ມີຊື່ສຽງ ແລະໄດ້ຖືວ່າເປັນຖ້ຳໃຫຍ່ທີ່ສຸດໃນໂລກ, ຖ້ຳ ທຽນເດື່ອງ  ເປັນຖ້ຳຫີນນົມຜາ ດ້ວຍຮູບຮ່າງທີ່ໜ້າປະທັບໃຈ ຫຼື ຖໍ້າແອັ໊ນ ກໍ່ແມ່ນໜຶ່ງໃນຖ້ໍາຈໍານວນໜ້ອຍໃນໂລກ ທີ່ນັກທ່ອງທ່ຽວສາມາດກາງເຕັ້ນນອນຢູ່ກັບທີ່.

leftcenterrightdel
ເວັບໄຊ Reisereporter ແນະນຳກ່ຽວກັບປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ. ພາບ: ສໍານັກຂ່າວສານຫວຽດນາມ

ນອກຈາກນັ້ນ, ເວັບໄຊຍັງໄດ້ລົງບົດຂຽນໂດຍແນະນໍາກ່ຽວກັບຫາດຊາຍທະເລທີ່ສວຍງາມ ຢູ່ໂກນດ໋າວ. ໂກນດ໋າວ ແມ່ນສະຖານທີ່ທ່ອງທ່ຽວທີ່ດີສຳລັບນັກທ່ອງທ່ຽວຢາກຊອກຫາເກາະທີ່ມະຫັດສະຈັນ, ເພາະວ່າສະຖານທີ່ແຫ່ງນີ້ມີຫາດຊາຍທະເລທີ່ສວຍງາມ ແລະປະຖົມປະຖານທີ່ສຸດຂອງຫວຽດນາມ. ມີສະຖານທີ່ທ່ອງທ່ຽວອີກໜຶ່ງແຫ່ງ ເຊິ່ງບົດຂຽນໄດ້ກ່າວເຖິງນັ້ນແມ່ນຄຸ້ມຖະໜົນເກົ່າໂຮ້ຍອານ, ເຖິງວ່າສະຖານທີ່ແຫ່ງນີ້ບໍ່ໄດ້ແປກໃໝ່ສຳລັບນັກທ່ອງທ່ຽວຫຼາຍຄົນແລ້ວກໍ່ຕາມ, ແຕ່ຍັງມີຫຼາຍສິ່ງຫຼາຍຢ່າງຊ້ອນແຝງ ແລະເປັນໜ້າສົນໃຈເຮັດໃຫ້ນັກທ່ອງທ່ຽວຢາກຄົ້ນຫາ. ສະຖານທີ່ທ່ອງທ່ຽວສຸດທ້າຍທີ່ນັກຂຽນ ໄດ້ແນະນໍາແມ່ນວັດບູຮານຢູ່ ເຫວ້. ກຸງເກົ່າເຫວ້ ຕັ້ງຢູ່ພາກກາງຫວຽດນາມ ເຊິ່ງເປັນທີ່ຮູ້ຈັກດ້ວຍກໍາແພງເກົ່າທີ່ໜ້າປະທັບໃຈ ແລະສຸສານທີ່ສວຍງາມ ເຊິ່ງນັກທ່ອງທ່ຽວມັກແວ່ຢ້ຽມຊົມ.

ໂດຍ: ທູຈາງ