ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຫວຽດນາມ - UNDP ເພື່ອການພັດທະນາແບບຍືນຍົງ
ກປ.ອອນໄລ - ຕອນຄໍ່າວັນທີ 2 ມິຖຸນາ, ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ສົມທົບກັບກະຊວງແຜນການ ແລະການລົງທຶນຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຫວຽດນາມ - UNDP ເພື່ອການພັດທະນາແບບຍືນຍົງ.
    |
 |
ລາຍການສະແດງສິລະປະ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ຍົກໃຫ້ເຫັນຜົນງານທີ່ບັນລຸໄດ້ 45 ປີແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ UNDP; ໂດຍເນັ້ນໜັກວ່າ ນັບແຕ່ເດືອນພຶດສະພາ 1978 ມາຮອດປະຈຸບັນ, UNDP ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບຫວຽດນາມ ໃນຕະຫຼອດໄລຍະແຫ່ງການພັດທະນາຈາກປະເທດທຸກຍາກຖືກຜົນສະທ້ອນອັນໜັກໜ່ວງຈາກສົງຄາມໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ, ນຳໜ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະການເຕີບໂຕ. ທ່ານ ເຈິ່ນກວກເຟືອງ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຖື UNDP ແມ່ນໜຶ່ງໃນບັນດາ “ຄູ່ຮ່ວມມືສໍາຄັນແຖວໜ້າ, ຍາວນານ ແລະເປັນ “ເພື່ອນມິດທີ່ສະໜິດສະໜົມ” ຂອງປະຊາຊົນຫວຽດນາມ ເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ. ພາບ: qdnd.vn |
ໃນບົດກ່າວປາໄສຂອງຕົນ, ທ່ານນາງ Ramla Khalidi ຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ໄດ້ເນັ້ນໜັກເຖິງ 3 ປັດໄຈທີ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງການພົວພັນຄູ່ຮ່ວມມືຫວຽດນາມ - UNDP, ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະຄຸນຄ່າລວມລະຫວ່າງສອງຝ່າຍ ແລະຄວາມເປີດອົກເປີດໃຈ, ການແລກປ່ຽນຢ່າງກົງໄປກົງມາ.
    |
 |
ທ່ານນາງ Ramla Khalidi ຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ. ພາບ: qdnd.vn |
ທ່ານນາງ Ramla Khalidi ໃຫ້ຮູ້ວ່າ ຫວຽດນາມ ແລະ UNDP ໄດ້ມານະພະຍາຍາມພັດທະນາໂດຍຖືເອົາປະຊາຊົນເປັນໃຈກາງ, ຊຸກຍູ້ການເຕີບໂຕແບບຍືນຍົງແຕ່ດົນນານມາແລ້ວ. ໃນຊຸມປີມໍ່ໆມານີ້, ຄວາມໄວ້ເນື້ອເຊື່ອໃຈໄດ້ເຮັດໃຫ້ສອງຝ່າຍເປີດກວ້າງການພົວພັນຄູ່ຮ່ວມມືໃນຂົງເຂດໃໝ່ຕື່ມີກເປັນຕົ້ນແມ່ນໃນຂົງເຂດການຄ້າ, ການໜູນຊ່ວຍພາກເອກະຊົນ, ການກະທໍາເພື່ອດິນຟ້າອາກາດ ແລະການຄຸ້ມຄອງລັດ. ທ່ານນາງຢືນຢັນວ່າ UNDP ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ທູຈາງ