ຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ເມື່ອເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ວາງເປົ້າໝາຍ ແລະຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນຢູ່ເຂດແຄມທະເລ ສູ້ຊົນຮອດເດືອນຕຸລາປີນີ້ ຫວຽດນາມ ຈະໄດ້ຍົກເລີກ ບັດເຫຼືອງຢູ່ຕະຫຼາດເອີລົບ.

leftcenterrightdel
ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. 

ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຖ້າບໍ່ຂ້ຽວຂາດຍົກເລີກບັດເຫຼືອງອາດຈະເຮັດໃຫ້ເພີ່ມລະດັບເປັນບັດແດງໝາຍຄວາມວ່າ ຫວຽດນາມ ຈະບໍ່ສາມາດສົ່ງອອກສິນທະເລໄປຍັງຕະຫຼາດເອີລົບໄດ້. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ສະພາບການຫາສິນທະເລແບບຜິດກົດໝາຍບໍ່ພຽງແຕ່ຮັດແຄບຕະຫຼາດສົ່ງອອກສິນທະເລລົງເທົ່ານັ້ນ ຫາກຍັງກໍ່ຜົນສະທ້ອນຕໍ່ພາບພົດຂອງປະເທດຊາດອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີຫວັງວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂ້ຽວຂາດ ແລະມີຄວາມຮັບຜິດຊອບກວ່າໃນການປະຕິບັດເປົ້າໝາຍຍົກເລີກບັດເຫຼືອງຢູ່ຕະຫຼາດເອີລົບ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ