ວັນທີ 25 ພຶດສະພາ, ຄະນະຊີ້ນຳປົກປ້ອງພົນລະເມືອງ ຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມຕີລາຄາສະຖານະການ ແລະຊອກຫາມາດຕະການສົມທົບກັບຝ່າຍຟີລິບປິນ ເພື່ອນຳພົນລະເມືອງກັບຄືນປະເທດໂດຍໄວ. ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ຟີລິບປິນ, ມີພົນລະເມືອງຫວຽດນາມ 437 ຄົນຖືກກອບກູ້ອອກຈາກສະຖານທີ່ຫຼິ້ນການພະນັນທີ່ກ່າວມາຂ້າງເທິງ.

leftcenterrightdel
ພົນລະເມືອງຫວຽດນາມ ຈາກຟີລິບປິນ ກັບມາຮອດສະໜາມບິນ ເຕິນເຊີນເຍິດ. ພາບ: vov.vn

ກົມກົງສູນ ແລະພະແນກການຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ກະກຽມວິທີການຕ່າງໆ, ສົມທົບກັບບັນດາອົງການຄຸ້ມຄອງດ່ານຊາຍແດນເພື່ອຮັບ ແລະມອບ-ຮັບພົນລະເມືອງໃຫ້ຍາດຕິພີ່ນ້ອງ, ທ້ອງຖິ່ນທີ່ກ່ຽວຂ້ອງ. ຕອນເຊົ້າວັນທີ 30 ພຶດສະພາ, ພົນລະເມືອງຫວຽດນາມ 60 ຄົນໄດ້ກັບຄືນປະເທດ. ກະຊວງການຕ່າງປະເທດ ໄດ້ຊີ້ນຳກົມກົງສູນ ແລະສະຖານທູດຫວຽດນາມ ປະຈຳ ຟີລິບປິນ ສືບຕໍ່ແລກປ່ຽນກັບຝ່າຍຟີລິບປິນ ເພື່ອນຳເອົາພົນລະເມືອງທີ່ຍັງເຫຼືອກັບຄືນຫວຽດນາມ ຢ່າງປອດໄພໂດຍໄວ.

ໂດຍ: ຈາງຫງວຽນ