ຊຸກຍູ້ພາກພື້ນການຄ້າເສລີທະວີບອາຟະຣີກາ: ໂອກາດ ແລະສິ່ງທ້າທາຍໃຫ້ແກ່ຫວຽດນາມ
ກປ.ອອນໄລ - ເພື່ອໝູນໃຊ້ບັນດາໂອກາດພົວພັນການຄ້າ, ຮ່ວມມືກັບບັນດາຄູ່ຮ່ວມ ມືໃນພາກພື້ນອາຟະຣີກາ, ຫວຽດນາມ ຕ້ອງຍົກລະດັບການພົວພັນທີ່ເປັນມູນເຊື້ອ ແລະການພົວພັນທີ່ມີຢູ່ແລ້ວໃນປັດຈຸບັນກັບບັນດາປະເທດ ອາຟະຣີກາ ຢ່າງເຖິງຖອງ.
ຕອນບ່າຍວັນທີ 24 ພຶດສະພາ, ທີ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າອາຟະຣີກາ ແລະຕາ ເວັນອອກກາງ (ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ) ສົມທົບກັບກຸ່ມເອກອັກ ຄະລັດຖະທູດບັນດາປະເທດ ອາຟະຣີກາ ປະຈໍາ ຫວຽດນາມ ຈັດກອງປະຊຸມສໍາ ມະນາສາກົນ ດ້ວຍຫົວຂໍ້ “ຊຸກຍູ້ພາກພື້ນການຄ້າເສລີທະວີບອາຟະຣີກາ: ໂອກາດ ແລະສິ່ງທ້າທາຍໃຫ້ແກ່ຫວຽດນາມ”. ກອງປະຊຸມສໍາມະນາ ມີການເຂົ້າຮ່ວມຂອງນັກ ຄົ້ນຄວ້າ, ນັກທຸລະກິດ ພ້ອມດ້ວຍນັກວາງແຜນນະໂຍບາຍຫວຽດນາມ, ອາຟະຣີກາ ແລະສາກົນ.
    |
 |
ກາເຟ ແມ່ນໜຶ່ງໃນຈໍານວນປະເພດສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງອາຟະຣີກາ. ພາບປະກອບ: TTXVN |
ຕາມບັນດາຜູ້ແທນ, ປັດຈຸບັນ, ເພື່ອໝູນໃຊ້ບັນດາໂອກາດພົວພັນການຄ້າ, ຮ່ວມມືກັບ ບັນດາຄູ່ຮ່ວມມືໃນພາກພື້ນອາຟະຣີກາ, ຫວຽດນາມ ຕ້ອງຍົກລະດັບການພົວພັນທີ່ ເປັນມູນເຊື້ອ ແລະການພົວພັນທີ່ມີຢູ່ແລ້ວໃນປັດຈຸບັນກັບບັນດາປະເທດອາຟະຣີກາ ຢ່າງເຖິງຖອງ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ເພີ່ມທະວີການສໍາຫຼວດຕະຫຼາດ, ງານຕະຫຼາດນັດ, ງານວາງສະແດງ ເພື່ອຊຸດຄົ້ນບັນດາໂອກາດທີ່ມີຢູ່ແລ້ວໃນປັດ ຈຸບັນຢ່າງເຖິງຖອງ, ເປີດໂອກາດຮ່ວມມືໃໝ່.
ພ້ອມກັນນັ້ນ, ຫວຽດນາມ ຕ້ອງສ້າງຮູບການຮ່ວມມືໃໝ່, ແລກປ່ຽນບັນດາຮູບແບບ ທຸລະກິດ, ເສດຖະກິດໃໝ່ ຄື ດຳເນີນທຸລະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດ ຖະກິດແບ່ງປັນ; ພັດທະນາບັນດາແອັບເຊື່ອມຕໍ່ອອນລາຍ ເພື່ອຫຼຸດຜ່ອນຄ່າທຸລະກໍາ, ພັດທະນາບັນດາເວທີປາໄສ, ກອງປະຊຸມສໍາມະນາ, ກອງປະຊຸມ, ພົບປະແລກປ່ຽນ ຢ່າງແຮງເພື່ອແນໃສ່ຮູ້ຈັກຂໍ້ມູນຂອງແຕ່ລະຄູ່ຮ່ວມມືສະມາຊິກ ແລະພາຍນອກຢ່າງລະອຽດ.
ການຮ່ວມມືພັດທະນາບັນດາຂົງເຂດໃໝ່ ຄື ພະລັງງານທົດແທນ, ຫັນເປັນດີຈີຕອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຂໍ້ລິເລີ່ມ, ຮູບແບບຫຼຸດຜ່ອນການປ່ອຍອາພິດ ໃຫ້ເປັນສູນ ເຖິງປີ 2050.
ໂດຍ: ໄຊຊະນະ