ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ “ເດັກນ້ອຍໃນໂລກດີຈີຕອນ-ແກ້ໄຂຄວາມສ່ຽງ ແລະຊຸກຍູ້ກາລະໂອກາດ”, ໂດຍກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ສົມທົບກັບກອງທຶນເພື່ອເດັກ ສປຊ ປະຈຳ ຫວຽດນາມ (UNICEF) ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ. ເຫດການມຸ່ງໄປເຖິງເດືອນກະທໍາເພື່ອເດັກ ປີ 2023 (ແຕ່ວັນທີ 1-30 ມິຖຸນາ).

leftcenterrightdel
ກອງປະຊຸມສຳມະນາ “ເດັກນ້ອຍໃນໂລກດີຈີຕອນ - ແກ້ໄຂຄວາມສ່ຽງ ແລະຊຸກຍູ້ກາລະໂອກາດ”. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ປັດຈຸບັນ, ເດັກນ້ອຍນັບມື້ນັບໃຊ້ເວລາຫຼາຍເພື່ອນຳໃຊ້ອິນເຕີເນັດດ້ວຍຫຼາຍເປົ້າໝາຍທີ່ແຕກຕ່າງກັນ. ເລື່ອງນີ້ກໍ່ເຮັດໃຫ້ເດັກນ້ອຍຈະຕ້ອງປະເຊີນໜ້າກັບຄວາມສ່ຽງຊ້ອນແຝງຫຼາຍຢ່າງ. ຕໍ່ໜ້າສະພາບການນີ້, ບັນດາຜູ້ແທນຈາກ UNICEF ປະຈຳຫວຽດນາມ, ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງສຶກສາ ແລະບຳລຸງສ້າງ, ກະຊວງຖະແຫຼງຂ່າວ ແລະສື່ສານ, ກະຊວງຕຳຫຼວດຫວຽດນາມ… ໄດ້ແບ່ງປັນບົດຮຽນປະສົບການຂອງສາກົນ ແລະບັນດາຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ມານະພະຍາຍາມປະຕິບັດການປົກປ້ອງເດັກນ້ອຍໃນອິນເຕີເນັດ, ແກ້ໄຂບັນດາຄວາມສ່ຽງ ເຊິ່ງເດັກນ້ອຍອາດຈະປະເຊີນ ແລະຊຸກຍູ້ກາລະໂອກາດພັດທະນາຢ່າງປອດໃສໃຫ້ແກ່ເດັກນ້ອຍໃນໂລກດີຈີຕອນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ