leftcenterrightdel
ທ່າກຳປັ່ນຢູ່ຫວຽດນາມ. ພາບ: vov.vn

ຕາມນັ້ນແລ້ວ ປີ 2015, ຈຳນວນຕູ້ container ຜ່ານທ່າກຳປັ່ນບັນລຸ 126,3 ລ້ານໂຕນ. ຮອດປີ 2022, ຕົວເລກນີ້ບັນລຸ ຂຶ້ນກວ່າ 243 ລ້ານໂຕນ, ເພີ່ມຂຶ້ນທົບ 5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021 ແລະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 7 ປີກ່ອນ. ໃນໄຕມາດທີ 1 ປີ 2023, ຈຳນວນສິນຄ້າຜ່ານທ່າກຳປັ່ນທະເລຫວຽດນາມ ບັນລຸກວ່າ 165 ລ້ານໂຕນ, ສະເພາະສິນຄ້າຕູ້ container ມີຈຳນວນເກືອບ 53 ລ້ານໂຕນ, ບັນລຸປະມານ 20% ແຜນການຂອງປີ.

ໃນການວາງແຜນຜັງສັງລວມພັດທະນາລະບົບທ່າກຳປັ່ນຫວຽດນາມ ໄລຍະ 2021–2030, ວິໄສທັດຮອດປີ 2050, ກົມເດີນທະເລຫວຽດນາມ ຄາດວ່າຮອດປີ 2030, ຄວາມຕ້ອງການສິນຄ້າຜ່ານທ່າກຳປັ່ນທະເລຂອງຫວຽດນາມ ຈະບັນລຸ 1.422 ລ້ານໂຕນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ