ທີ່ການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ສະເໜີໃຫ້ IMF ສືບຕໍ່ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ລັດຖະບານຫວຽດນາມ ກ່ຽວກັບການບໍລິຫານເສດຖະກິດ, ສ້າງບັນດາເຄື່ອງມືປີການເງິນ, ເງິນຕາໃຫ້ສົມບູນແບບ, ປັບປຸງໂຄງປະກອບການເງິນ - ທະນາຄານ. ທ່ານນາຍົກລັດຖະມົນຕີແບ່ງປັນກ່ຽວກັບຜົນສຳເລັດຂອງຫວຽດນາມ, ຕະຫຼາດການເງິນມີສະຖຽນລະພາບ, ເຄື່ອງໝາຍການຄ້າແຫ່ງຊາດ ໄດ້ຮັບການຍົກສູງຂຶ້ນ, ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ມີລະດັບເຕີບໂຕໄວທີ່ສຸດໃນໂລກໃນ 3 ປີຜ່ານມາ, ປີ 2022 ບັນລຸ 431 ຕື້ ໂດລາສະຫະລັດ, ຫວຽດນາມ ເພີ່ມຂຶ້ນ 12 ຂັ້ນໃນບົດລາຍງານຄວາມຜາສຸກຂອງໂລກ 2023.

leftcenterrightdel
ທ່ານນາງ Kristalina Georgieva ແລະທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ Kristalina Georgieva ໄດ້ຕີລາຄາສູງນະໂຍບາຍບໍລິຫານເສດຖະກິດ - ສັງຄົມຂອງຫວຽດນາມ ແລະຖືວ່າ ການສືບຕໍ່ປະຕິບັດນະໂຍບາຍປີການເງິນຢ່າງໝັ້ນແກ່ນ, ເປັນເຈົ້າການ, ມີຄວາມໄຫວພິບ, ທັນການ ແລະມີປະສິດທິຜົນຂອງລັດຖະບານ ແມ່ນເໝາະສົມທີ່ສຸດ, ຊ່ວຍຫວຽດນາມ ຮັກສາທ່າເຕີບໂຕໃນສະພາບການປະສົບກັບຄວາມຫຍຸ້ງຍາກທີ່ຜ່ານມາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ