leftcenterrightdel
ບັນດາຜູ້ໂດຍສານ ທໍາອິດໃນຖ້ຽວບິນ ໝາຍເລກ VN319 ມາດ່ານັ້ງ. ພາບ: vov.vn

ຄາດຄະເນວ່າ, ແຕ່ວັນທີ 1 ກໍລະກົດ 2023, ບໍລິສັດ ຈະຂຸດຄົ້ນສາຍການບິນນີ້ດ້ວຍ 7 ຖ້ຽວ/ອາທິດ. ຖ້ຽວບິນທໍາອິດຈາກ ໂຕກຽວ ມາ ດ່ານັ້ງ ໃນປີ 2023 ມີໝາຍເລກ VN319 ໄດ້ລົງຈອດສະໜາມບິນໃນເວລາ 13 ໂມງ 25 ນາທີ ຂອງວັນທີ 26 ມີນາ ດ້ວຍຜູ້ໂດຍສານເກືອບ 130 ຄົນ. ກ່ອນນັ້ນ, ຖ້ຽວບິນທີ່ມີໝາຍເລກ VN318 ດ້ວຍຜູ້ໂດຍສານ ເກືອບ 150 ຄົນ, ບິນຈາກ ດ່ານັ້ງ ໄດ້ຈອດລົງສະໜາມບິນ Narita (ໂຕກຽວ) ໃນຕອນເຊົ້າວັນດຽກກັນ. ຍີ່ປຸ່ນ ແມ່ນຕະຫຼາດໃຫຍ່ທີ່ສຸດ ແລະແມ່ນໜຶ່ງໃນບັນດາປະເທດທີ່ມີຈຳນວນແຂກສໍາຄັນທີ່ສຸດຂອງ Vietnam Airlines. ປີ 2019, ບໍລິສັດ ໄດ້ຂົນສົ່ງຜູ້ໂດຍສານລະຫວ່າງຫວຽດນາມ ແລະຍີ່ປຸ່ນ ກວ່າ 1,6 ລ້ານເທື່ອຄົນ, ສະເພາະສາຍການບິນ ດ່ານັ້ງ - ໂຕກຽວ ມີຜູ້ໂດຍສານ ເກືອບ 200.000 ເທື່ອຄົນ.

ໂດຍ: ຈາງຫງວຽນ