ບັນດາເນື້ອໃນປຶກສາຫາລືທີ່ເວທີປາໄສ ໄດ້ສຸມໃສ່ວິທີການຫັນເປັນດີຈີຕອນສາມາດປະກອບສ່ວນເພີ່ມທະວີລັກສະນະສະເໝີຕົ້ນສະໝີປາຍຂອງລະບົບກົດໝາຍ, ຍົກສູງຄວາມຮັບຮູ້ກ່ຽວກັບສິດຖືກຕ້ອງຕາມກົດໝາຍ ແລະປັບປຸງຄວາມສາມາດເຂົ້າເຖິງການບໍລິການດ້ານຕຸລາການ ຂອງວົງຄະນາຍາດທີ່ຖືກສ່ຽງໄພ.

leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: qdnd.vn

ຕາມທ່ານ ຫງວຽນແທັງຕີ້ງ, ຮອງລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ແລ້ວ, ຂະແໜງຕຸລາການ ໄດ້ກໍານົດຢ່າງຈະແຈ້ງວ່າ ການຫັນເປັນດີຈີຕອນແມ່ນໜ້າທີ່ສໍາຄັນ, ປະກອບສ່ວນຍົກສູງປະສິດທິພາບ, ປະສິິດທິຜົນການຄຸ້ມຄອງລັດ; ຍົກສູງການບໍລິການສາທາລະນະ ຂອງຂະແໜງຕຸລາການ. ສ່ວນທ່ານ Ramla Khalidi, ຫົວໜ້າຜູ້ຕາງໜ້າ UNDP ປະຈໍາຫວຽດນາມ ຖືວ່າ: “ການຫັນເປັນດີຈີຕອນສາມາດປະກອບສ່ວນບັນລຸເປົ້າໝາຍການສ້າງລະບົບຕຸລາການໃຫ້ທັນສະໄໝ ແລະເປັນມືອາຊີບ, ໂປ່ງໃສ, ມີຄວາມຮັບຜິດຊອບອະພິປາຍ ແລະສາມາດເຂົ້າກັບທຸກຄົນໄດ້ຢ່າງງ່າຍດາຍ .

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: qdnd.vn

ທີ່ວາລະປຶກສາຫາລື, ທ່ານນາງ ປອ ຈູທິຮວາ, ຮອງຫົວໜ້າສະຖາບັນຍຸດທະສາດ ແລະວິທະຍາສາດນິຕິກໍາ, ກະຊວງຍຸຕິທໍາ ເນັ້ນໜັກວ່າ ເພື່ອເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວສ້າງກົດໝາຍ ຄວນນໍາໃຊ້ການໜູນຊ່ວຍຂອງເຕັກໂນໂລຢີກຸ່ມຂໍ້ມູນຂະໜາດໃຫຍ່ (Big Data), ອິນເຕີແນັດສັບພະສິ່ງເຂົ້າໃນວິວັດການເກັບກຳຂໍ້ມູນຂ່າວສານ, ເອກະສານ, ນໍາໃຊ້ເຕັກໂນໂລຢີປັນຍາປະດິດ ເພື່ອໜູນຊ່ວຍວິວັດການຕີລາຄາ, ໄຈ້ແຍກນະໂຍບາຍ, ຕີລາຄາການກະທົບຈາກນະໂຍບາຍ, ເກັບກໍາ, ໄຈ້ແຍກຄໍາສະເໜີແນະຂອງບຸກຄົນ, ອົງການຈັດຕັ້ງ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນໃຫ້ວຽກງານຮັບເອົາຄໍາເຫັນປະກອບໃສ່ເອກະສານນິຕິກໍາ.

ໂດຍ: ທູຈາງ