ດ້ວຍຫົວຂໍ້ “ສາມັກຄີ - ເປັນມືອາຊີບ - ວັດທະນະທໍາ - ປະດິດສ້າງ”, ງານບຸນສື່ມວນຊົນທົ່ວປະເທດ ປີ 2023 ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດຶງດູດ 87 ຮ້ານວາງສະແດງ, ໂດຍມີການເຂົ້າຮ່ວມຂອງ 63 ສະມາຄົມນັກຂ່າວຂອງແຂວງ, ນະຄອນ, 60 ອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນ, ບັນດາຮາກຖານກໍ່ສ້າງສື່ມວນຊົນໃຫຍ່ສຸດ, ພ້ອມດ້ວຍຮ້ານວາງສະແດງຫົວເລື່ອງສະເພາະທີ່ພົ້ນເດັ່ນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄໍາເຫັນທີ່ພິທີປິດງານບຸນສື່ມວນຊົນທົ່ວປະເທດ ປີ 2023. ພາບ: qdnd.vn

ຕາງໜ້າການນໍາພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊົມເຊີຍງານບຸນສື່ມວນຊົນທົ່ວປະເທດ ປີ 2023 ໄດ້ດໍາເນີນສໍາເລັດຜົນ, ສ້າງກໍາລັງແຜ່ຂະຫຍາຍອັນໃຫຍ່ຫຼວງໃນວົງການນັກຂ່າວ ແລະໝູ່ປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ພັກ ແລະລັດ ຈະປະກາດໃຊ້ແຜນນະໂຍບາຍ, ແນວທາງ, ລະບອບລະບຽບການ, ນະໂຍບາຍ ເພື່ອສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ສື່ມວນຊົນພັດທະນາ. ບັນດາອົງການສື່ມວນຊົນ ຕ້ອງກໍາແໜ້ນກາລະໂອກາດ, ປ່ຽນແປງຈິນຕະນາການ ແລະວິທີເຮັດເພື່ອໃຫ້ທ່ວງທັນກັບທ່າອ່ຽງຫັນເປັນດີຈີຕອນ, ໂຄສະນາສື່ສານດ້ວຍຫຼາຍຮູບແບບ (Multimedia)… ຈາກນັ້ນຮັກສາຄຸນນະທາດອັນດີງາມຂອງສື່ມວນຊົນປະຕິວັດ, ສວມບົດບາດກໍານົດທິດຫາງສຽງສັງຄົມ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ; ພ້ອມທັງແກ້ໄຂກໍລະນີຜິດເຂວມາດຕະຖານ, ການຊຸດໂຊມຈັນຍາບັນວິຊາອາຊີບ.

leftcenterrightdel
ກຸ່ມສື່ມວນຊົນກອງທັບ ໄດ້ຮັບລາງວັນປະທັບໃຈທີ່ງານບຸນສື່ມວນຊົນທົ່ວປະເທດ ປີ 2023. ພາບ: qdnd.vn

ຄະນະຈັດຕັ້ງພ້ອມດ້ວຍສະພາລາງວັນ ໄດ້ຄັດເລືອກ ແລະຕົກລົງມອບລາງວັນ: ກະຈາຍສຽງ - ໂທລະພາບປີໃໝ່ປະທັບໃຈ, ໜ້າເວັບໄຊສື່ເອເລັກໂຕນິກປີໃໝ່ປະທັບໃຈ, ໜ້າປົກໜັງສືພິມປີໃໝ່ປະທັບໃຈ, ຮ້ານວາງສະແດງປະທັບໃຈ, ຄວາມປະທັບໃຈງານບຸນສື່ມວນຊົນທົ່ວປະເທດ ປີ 2023 ແລະມອບໃບຍ້ອງຍໍໃຫ້ບັນດາຫົວໜ່ວຍທີ່ມີການປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງງານບຸນສື່ມວນຊົນ. ກຸ່ມສື່ມວນຊົນກອງທັບໄດ້ຮັບລາງວັນປະທັບໃຈທີ່ງານບຸນສື່ມວນຊົນທົ່ວປະເທດ ປີ 2023; ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຮັບລາງວັນ B ລາງວັນໜ້າປົກໜັງສືພິມປີໃໝ່ປະທັບໃຈ.

ໂດຍ: ໄຊຊະນະ