ຫວ່າງແລ້ວນີ້, ສະຖານທູດຍີ່ປຸ່ນ ປະຈໍາ ຮ່າໂນ້ຍ ໄດ້ຈັດຕັ້ງງານພົບປະແລກປ່ຽນ, ສິລະປະດື່ມນ້ຳຊາເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຂອງທ່ານ Machita Soryu ຮອງຫົວໜ້າສຳນັກຊາ Urasenke, ຊາ Urasenke-an.

leftcenterrightdel
ທ່ານ Machita Soryu ຮອງຫົວໜ້າສຳນັກຊາ Urasenke, ຊາ Urasenke-an. ພາບ: Vietnam+

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ເນັ້ນໜັກວ່າ: ພື້ນຖານສໍາຄັນໃນການພົວພັນຍີ່ປຸ່ນ-ຫວຽດນາມ ແມ່ນ “ຄວາມເຂົ້າໃຈ ແລະເຫັນອົກເຫັນໃຈລະຫວ່າງຄົນກັບຄົນ”. ສິລະປະດື່ມຊາແມ່ນວັດທະນະທໍາທີ່ຄ້າຍຄືກັນ, ມີຄວາມໃກ້ຊິດ, ສະໜິດຕິດພັນມາເປັນເວລາດົນນານກັບຊາວຍີ່ປຸຸ່ນ ແລະຫວຽດນາມ, ບັນຈຸໄປດ້ວຍປັດໄຈສ້າງຄວາມເຂົ້າໃຈ ແລະເຫັນອົກເຫັນໃຈກັນລະຫວ່າງສອງປະເທດ.

ທີ່ງານພົບປະແລກປ່ຽນ, ບັນດາແຂກຖືກເຊີນໄດ້້ເບິ່ງທ່ານ Machita Soryu ແນະນໍາກ່ຽວກັບຊາ, ຈຸດວັດທະນະທໍາທີ່ເປັນມູນເຊື້ອພົ້ນເດັ່ນຂອງຍີ່ປຸ່ນ, ຜ່ານນັ້ນ ສາມາດຮັບຮູ້ໄດ້ເຖິງຈິດໃຈທິດສະດີປັດຊະຍາກ່ຽວກັບ “ຈິດໃຈຮູ້ບຸນຄຸນ ແລະຄວາມຄິດເພື່ອຜູ້ອື່ນ” ທີ່ຄົນຍີ່ປຸ່ນ ເຄົາລົບຮັກສາ ແລະເພີ່ມພູນຄູນສ້າງມາແຕ່ດົນນານ.

 

ໂດຍ: ໄຊນີດາ