leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ເວັບໄຊ internationalbanker.com ຂອງອັງກິດ ຫາກໍ່ລົງພິມບົດຂຽນຕີລາຄາວ່າ ຫວຽດນາມ ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອສ້າງອະນາຄົດແບບຍືນຍົງ. ເນື້ອໃນຂອງບົດຂຽນ ໄດ້ຊີ້ແຈ້ງວ່າ: ນັບແຕ່ປີ 1994, ຫວຽດນາມ ໄດ້ສຸມໃສ່ພິເສດຕໍ່ການພັດທະນາຂະແໜງການຢາ, ເຄື່ອງບໍລິໂພກ (FMCG), ລົດໂອໂຕ ແລະດັດປັບລຳດັບໃນຂົງເຂດດຶງດູດເງິນລົງທຶນຈາກບັນດາຕະຫຼາດ ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ຫຼື ອາເມລິກາເທື່ອລະກ້າວ.

ຫວຽດນາມ ກໍ່ພວມຊອກຫາວິທີການຫັນປ່ຽນອອກຈາກຂະແໜງອຸດສາຫະກຳໜັກ ແລະ ມີການຄັດເລືອກກວ່າໃນການດຶງດູດການລົງທຶນເຂົ້າບັນດາຂົງເຂດນີ້. ໂດຍອີງໃສ່ຖານະບົດບາດແມ່ນສູນຜະລິດໃຫ້ແກ່ບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງທົ່ວໂລກ, ຫວຽດນາມ ພວມກຳນົດທິດພັດທະນາເຕັກໂນໂລຢີ, ລວມມີຫຼາຍຂະແໜງອຸດສາຫະກຳເຕັກນິກກວ່າອີກ.

ບົດຂຽນກໍ່ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໄດ້ມານະພະຍາຍາມສົມທົບກັນ ເພື່ອດຶງດູດເງິນລົງທຶນຜ່ານຫຼາຍມາດຕະການສົ່ງເສີມ ດ້ວຍເຄືອຂ່າຍເຊື່ອມຕໍ່ສາກົນທີ່ດີ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ